1. ປະຫວັດຄວາມເປັນມາຫຍໍ້ ຂອງພຸດທະສາສະໜາ ຢູ່ແຂວງຫົວພັນ
ແຂວງຫົວພັນ ຕັ້ງຢູ່ພາກຕາເວັນອອກສ່ຽງເໜືອຂອງ ສປປ ລາວ, ມີຊາຍແດນຕິດກັບແຂວງຫຼວງພະບາງ, ແຂວງຊຽງຂວາງ ແລະ ສສ ຫວຽດນາມ. ເປັນດິນແດນປະຫວັດສາດແຫ່ງການປະຕິວັດ, ເປັນອູ່ອະລິຍະທຳທີ່ມີເອກະລັກທາງດ້ານວັດທະນະທຳຂອງຫຼາກຫຼາຍເຜົ່າພັນ, ມີທຳມະຊາດສວຍສົດງົດງາມ ແລະ ອາກາດໜາວເຢັນເກືອບຕະຫຼອດປີ.
ວິຖີຊີວິດ ແລະ ຈິດໃຈຂອງຊາວແຂວງຫົວພັນ ແມ່ນມີຄວາມຜູກພັນຢ່າງແໜ້ນແຟ້ນກັບພຣະພຸດທະສາສະ ໜາ ມາແຕ່ບູຮານນະການ, ເຊິ່ງສາມາດແບ່ງລັກສະນະການນັບຖື ແລະ ວິຖີພຸດອອກເປັນ 3 ແບບຄື:
- ແບບທ້ອງຖິ່ນດັ້ງເດີມ: ທີ່ໄດ້ຮັບອິດທິພົນ ແລະ ການສືບທອດມາຈາກຫຼວງພະບາງ ແລະ ສິລະປະລ້ານຊ້າງ ພ້ອມນັ້ນຍັງມີບາງອິດທະພົນຂອງພຸດທະສາສະໜາມະຫາຍານຄົງເຫຼືອໄວ້ (ສ່ວນຫຼາຍແມ່ນຢູ່ໃນເຂດ ເມືອງຮ້ຽມ, ເມືອງຊ່ອນ ແລະເມືອງຫົວເມືອງ).
- ແບບປະສົມປະສານວັດທະນະທຳ: ທີ່ມີການກົມກຽວລະຫວ່າງວິຖີພຸດ ແລະຮີດຄອງທ້ອງຖິ່ນຂອງບັນດາເຜົ່າ (ຢູ່ໃນເຂດ ເມືອງຊຳເໜືອ, ເມືອງວຽງໄຊ, ເມືອງຊຳໃຕ້ ແລະເມືອງກວັນ).
- ແບບຮາກຖານຊຸມຊົນຜູ້ໄທ: ທີ່ມີເອກະລັກສະເພາະທາງດ້ານສິລະປະສະຖາປັດຕະຍະກຳວັດວາອາຮາມ (ຢູ່ໃນເຂດ ເມືອງສົບເບົາ, ເມືອງຊຽງຄໍ້ ແລະເມືອງແອດ).
2. ສະຖິຕິຂໍ້ມູນພຸດທະສາສະໜາ ພາຍໃນແຂວງຫົວພັນ
ອົງການພຸດທະສາສະໜາສຳພັນລາວ ແຂວງຫົວພັນ ປະກອບດ້ວຍ 10 ເມືອງ ໂດຍມີຕົວເລກສະຖິຕິທາງພຸດສາສະໜາທີ່ສຳຄັນ ດັ່ງນີ້:
- ຈຳນວນວັດທົ່ວແຂວງ: ມີທັງໝົດ 176 ວັດ (ໃນນີ້, ມີວັດທີ່ມີພຣະສົງ-ສາມະເນນປະຈຳປົກກະຕິ ພຽງ 66 ວັດ ແລະ ຍັງມີວັດວ່າງ ຫຼື ຂາດແຄນພຣະສົງປະຈຳປົກກະຕິ ເຖິງ 110 ວັດ ເຊິ່ງບັນຫາວັດຂາດແຄນພຣະສົງດັງກ່າວຢູ່ໃນແຜນຍຸດທະສາດຟື້ນຟູຂອງ ອພສ ແຂວງ).
- ລາຍລະອຽດຂອງ 10 ເມືອງ: ປະກອບມີ ເມືອງຊຳເໜືອ, ເມືອງວຽງໄຊ, ເມືອງຊຳໃຕ້, ເມືອງກວັນ, ເມືອງຫົວເມືອງ, ເມືອງຮ້ຽມ, ເມືອງຊ່ອນ, ເມືອງແອດ, ເມືອງຊຽງຄໍ້ ແລະເມືອງສົບເບົາ.
- ຈຳນວນພຣະສົງ-ສາມະເນນ: ພາຍໃຕ້ການປົກຄອງຂອງ ສະໄໝທີ X ມີພຣະພິກຂຸ ແລະ ສາມະເນນ ທັງໝົດ ທັງໝົດ 249 ອົງ, ພຣະ 119 ອົງ, ສາມະເນນ 130 ອົງ, ທົ່ວແຂວງຫົວພັນ ຍັງບໍ່ທັນມີພໍ່ຂາວ, ແມ່ຂາວ ແລະ ບໍ່ມີສັງຄະລີວັດ, ພຣະພິກຂຸ ແລະ ສາມະເນນພາຍໃນແຂວງຫົວພັນ ສ່ວນຫຼາຍແມ່ນ ກໍາລັງ ຮໍ່າຮຽນສຶກສາ. ນອກຈາກນັ້ນ ກໍຕັ້ງໜ້າປະຕິບັດສາສະນະກິດຢ່າງຕັ້ງໜ້າ.
3. ພາລະບົດບາດ ແລະ ຄວາມສາມັກຄີ ຂອງ ອພສ - ການຈັດຕັ້ງ
ອພສ ແຂວງຫົວພັນ ແມ່ນອົງການບໍລິຫານພຣະສົງ-ສາມະເນນ ພາຍໃນແຂວງ, ໂດຍມີສາຍຕັ້ງຂຶ້ນກັບ ສູນກາງ ອພສ ແລະ ມີສາຍຂວາງປະສານສົມທົບຢ່າງແໜ້ນແຟ້ນກັບ ອົງການປົກຄອງແຂວງ ໂດຍສະເພາະແມ່ນ ອົງການແນວລາວສ້າງຊາດແຂວງ, ຫ້ອງວ່າການແຂວງ ບົນພື້ນຖານຫຼັກການ ທຳມາພິບານ.
ພວກເຮົາສຸມໃສ່ການປະຕິບັດພາລະບົດບາດ 6 ດ້ານ ຕາມທຳມະນູນສົງລາວ ເພື່ອເປັນສູນກາງແຫ່ງຄຸນນະທຳ, ປົກປັກຮັກສາມໍລະດົກ ແລະ ເສີມຂະຫຍາຍ ທາງສາສະໜາ ໃຫ້ເປັນເອກະລັກຮູບຊົງແຂວງຫົວພັນ ຢ່າງສະຫງ່າງາມ.
4. ຜົນສຳເລັດຂອງກອງປະຊຸມໃຫຍ່ ສະໄໝທີ X
ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວແຂວງຫົວພັນ ສະໄໝທີ X ໄດ້ໄຂຂຶ້ນຢ່າງສົມກຽດ ໃນວັນທີ 09 ຕຸລາ 2025 ທີ່ສະໂມສອນແຂວງຫົວພັນ ໂດຍການເປັນປະທານຂອງ ພຣະອາຈານ ລຳພັນ ບຸນມີໄຊ ແລະ ໄດ້ຮັບຮອງເອົາແຜນຍຸດທະສາດ 5 ປີ (2026-2030) ທີ່ຫັນເປັນ " 5 ແຜນງານ 17 ໂຄງການ ເປັນປະຕິບັດງານຕົວຈິງ" ເພື່ອຕອບສະໜອງຕໍ່ມະຕິກອງປະຊຸມໃຫຍ່ ສະໄໝທີ IX ຂອງສູນກາງ ອພສ.
5. ໂຄງປະກອບກົງຈັກການຈັດຕັ້ງ ອພສ ແຂວງຫົວພັນ ສະໄໝທີ X
5.1. ຄະນະທີ່ປຶກສາ (03 ອົງ)
- ພຣະອາຈານໃຫຍ່ ທອງດຳ ສີຣິທັມໂມ ປະທານທີ່ປຶກສາ
- ພຣະອາຈານໃຫຍ່ ສົມພອນ ອິນວະໂຣ ຮອງປະທານທີ່ປຶກສາກິ
- ພຣະອາຈານໃຫຍ່ ເພັງພັນ ໄຕມາລາ ຄະນະທີ່ປຶກສາ
5.2. ຄະນະບໍລິຫານງານປະຈຳການ ອພສ ແຂວງ (09 ອົງ)
1) ພຣະອາຈານ ລໍາພັນ ບຸນມີໄຊ ລົງເລິກ ອ.ພ.ສ ເມືອງຊໍາເໜືອ ແລະ ເມືອງຫົວເມືອງ;
2) ພຣະອາຈານ ລິນທອງ ບຸນທະມີໄຊ ລົງເລິກ ອ.ພ.ສ ເມືອງຊໍາໃຕ້;
3) ພຣະອາຈານ ອິ່ນແກ້ວ ວົງວິໄລທອງ ລົງເລິກ ອ.ພ.ສ ເມືອງຮ້ຽມ;
4) ພຣະອາຈານ ນີກອນ ທິບລາພອນ ລົງເລິກ ອ.ພ.ສ ເມືອງວຽງໄຊ;
5) ພຣະອາຈານ ຈັນໄຕ ຂັນສຸລິນ ລົງເລິກ ອ.ພ.ສ ເມືອງຊ່ອນ;
6) ພຣະອາຈານ ສົມພອນ ວິໄລພົມ ລົງເລິກ ອ.ພ.ສ ເມືອງກວັນ;
7) ພຣະອາຈານ ພອນໃສ ບຸດຫັດສະດີ ລົງເລິກ ອ.ພ.ສ ເມືອງແອດ;
8) ພຣະອາຈານ ຄໍາແກ້ວ ໄຊຍະສິດ ລົງເລິກ ອ.ພ.ສ ເມືອງສົບເບົາ;
9) ພຣະອາຈານ ບົວແສງ ອິນທະວົງທໍາ ລົງເລິກ ອ.ພ.ສ ເມືອງຊຽງຄໍ້.
5.3. ປະທານ ແລະ ຮອງປະທານ ອພສ ແຂວງ (05 ອົງ)
- ພຣະອາຈານ ລຳພັນ ບຸນມີໄຊ ປະທານ ອພສ ແຂວງຫົວພັນ
- ພຣະອາຈານ ອິ່ນແກ້ວ ວົງວິໄລທອງ ຮອງປະທານ, ຫົວໜ້າກັມມາທິການປົກຄອງສົງ
- ພຣະອາຈານ ລິນທອງ ບຸນທະມີໄຊ ຮອງປະທານ, ຫົວໜ້າກັມມາທິການສາທາລະນູປະການ
- ພຣະອາຈານ ນີກອນ ທິບລາພອນ ຮອງປະທານ, ຫົວໜ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມັດຖານ
- ພຣະອາຈານ ຈັນໄຕ ຂັນສຸລິນ ຮອງປະທານ, ຫົວໜ້າກັມມາທິການສຶກສາສົງ
5.4. ຫ້ອງການບໍລິຫານງານ ແລະ ກໍາມາທິການອ້ອມຂ້າງ
- ຫ້ອງການບໍລິຫານງານ: ພຣະອາຈານ ສົມພອນ ວິໄລພົມ (ຫົວໜ້າ), ພຣະອາຈານ ໄຊຊະນະ ເຮີ (ຮອງ)
- ກັມມາທິການການຕ່າງປະເທດ: ພຣະອາຈານ ຄຳພັນ ສຸຂະທໍາມະວົງ (ຫົວໜ້າ)
6. ບັນດາປະທານ ອພສ ເມືອງທົ່ວແຂວງ
1. ເມືອງຊຳເໜືອ: ພຣະອາຈານ ນີກອນ ທິບລາພອນ
2. ເມືອງວຽງໄຊ: ພຣະອາຈານ ວຽງຄຳ ປະທຸມພອນ
3. ເມືອງຊຳໃຕ້: ພຣະອາຈານ ບຸນເພັງ ຈິດເທວາ
4. ເມືອງກວັນ: ພຣະອາຈານ ບົວສີ ທົດສະຫວັນ
5. ມືອງຫົວເມືອງ: ພຣະອາຈານ ຄຳແກ້ວ ໄຊຍະສິດ
6. ເມືອງຮ້ຽມ: (ບໍ່ມີ)
7. ເມືອງຊ່ອນ: ພຣະອາຈານ ຄຳພັນ ໄຊສົມແພງ
8. ເມືອງແອດ: ພຣະອາຈານ ອິນທາ ພົມວົງໄຊ (ຮັກສາການ)
9. ເມືອງຊຽງຄໍ້: ພຣະອາຈານ ທອງດຳ ສີຣິທັມໂມ
10. ເມືອງສົບເບົາ: (ບໍ່ມີ)
ຂໍ້ມູນຈາກ ອພສ ແຂວງຫົວພັນ
ເຜີຍແຜ່ວັນທີ 28 ພຶດສະພາ 2026
.png)
ອພສ ແຂວງຫົວພັນ ໃຊ້ Web site: https://www.hpbfo.com/
ReplyDelete