ອພສ ແຂວງໄຊຍະບູລີ

 


       ແຂວງໄຊຍະບູລີ ແມ່ນແຂວງໜຶ່ງໃນບັນດາ 8 ແຂວງພາກເໜືອຂອງ ສປປ ລາວ ເຊິ່ງເປັນແຂວງດຽວທີ່ມີພື້ນທັງໝົດ ຕັ້ງຢູ່ຝັ່ງຂວາຂອງແມ່ນໍ້າຂອງ. ທິດເໜືອ ແລະ ທິດຕາເວັນອອກ ຕິດກັບແຂວງບໍ່ແກ້ວ,ອຸດົມໄຊ,ຫຼວງພະບາງ ແລະ ແຂວງວຽງຈັນ. ທິດໃຕ້ ແລະ ທິດຕາເວັນຕົກຕິດກັບ 6 ແຂວງ ຂອງຣາຊະອານາຈັກໄທຄື: ແຂວງຊຽງລາຍ, ພະເຍົາ,ນ່ານ,ອຸດຕຣາດິດ, ພິດສະນຸໂລກ ແລະ ແຂວງເລີຍ ມີຄວາມຍາວ 647 ກິໂລແມັດ ໃນນີ້ມີດິນຕໍ່ແຜ່ນຍາວເຖິງ 512 ກິໂລແມັດ. ທົ່ວແຂວງມີເນື້ອທີ່ທັງໝົດ 16.389 ກິໂລແມັດ ປະກອບມີ 11 ເມືອງ ມີ 430 ບ້ານ ມີປະຊາກອນທັງໝົດ 422.031 ຄົນ,ຍິງ 208.686 ຄົນ, ມີ 8 ເຜົ່າຄື: ເຜົ່າລາວ,ກຶມມຸ,ມົ້ງ,ອິວມຽນ,ລື,ຍວນ,ໄປຼ່ ແລະ ໄທດຳ. ການເຊື່ອຖືແມ່ນ: ເຊື່ອຖືສາສະໜາພຸດ,ສາສະໜາຄຣິສຕຽນ ນິກາຍໂຣມັນກາໂຕລິກ ນິກາຍໂປຣເຕດສະຕັງ ແລະ ເຊື່ອຖືບັນພະບຸລຸດ.

   ອົງການພຸດທະສາສໜາສັມພັນລາວ ແຂວງໄຊຍະບູລີ ມີຄະນະກຳມະການບໍລິຫານງານຈຳນວນ 25 ອົງ, ຄະນະບໍລິຫານງານປະຈຳການ 9 ອົງຄະນະ ອພສ ເມືອງ ຈຳນວນ 40 ອົງ,   ເຈົ້າອະທິການວັດ 268 ອົງໃນທົ່ວແຂວງມີພຣະສົງ ສາມະເນນ ທັງໝົດ 1392 ອົງ, ພຣະສົງ 332 ອົງ, ສາມະເນນ 1060 ອົງ, ມີວັດທັງໝົດ 341 ວັດ, ໃນນີ້ຈໍານວນ 66 ວັດ ແມ່ນບໍ່ມີະຣະສົງ ( ວັດຮ້າງ ) ທົ່ວແຂວງໄຊຍະບູລີມີໂຮງຮຽນ ມັດທະຍົມສຶກສາສົງ 6 ແຫ່ງ. 



ປະທານ ອພສ ແຂວງ

     ພຣະອາຈານ ບຸນທຽນ ປັນຍາແກ້ວ

 

ຮອງປະທານ ອພສ ແຂວງ

    1. ພຣະອາຈານ ສົມພອນ ຄຳຈະເລີນ
    2. ພຣະອາຈານ ວົງແກ້ວ ສຸວັນດາລາ
    3. ພຣະອາຈານ ບົວແກ້ວ ພອນວິໄລ
    4. ພຣະອາຈານ ຄຳພັດ ກັນທະວົງ


ຫົວໜ້າຫ້ອງການ ແລະ ຫົວໜ້າກັມມາທິການ

1. ຫົວໜ້າຫ້ອງການບໍລິຫານງານ ອພສ ແຂວງ

ພຣະອາຈານ ນຸດ ຕະວະ

2. ຫົວໜ້າກັມມາທິການປົກຄອງສົງ ແຂວງ

ພຣະອາຈານ ວົງແກ້ວ ສຸວັນດາລາ

3. ຫົວໜ້າກັມມາທິການສຶກສາສົງແຂວງ

         ພຣະອາຈານ ບົວແກ້ວ ພອນວິໄລ

4. ຫົວໜ້າກັມມາທິການເຜີຍແຜ່ສິລລະທັມ ແລະ ປະຕິບັດກັມມະຖານແຂວງ

         ພຣະອາຈານ ສົມພອນ ຄຳຈະເລີນ

5. ຫົວໜ້າກັມມາທິການສາທາລະນຸປະການ

         ພຣະອາຈານ ຄຳພັດ ກັນທະວົງ

6. ຫົວໜ້າກັມມາທິການ ການຕ່າງປະເທດ

         ພຣະອາຈານ ປິ່ນທອງ ອິນສະກຸນ


ປະທານ ອພສ 11 ເມືອງ

1. ປະທານ ອພສ ເມືອງໄຊຍະບູລີ

         ພຣະອາຈານ ຄຳເຟື້ອງ ຜິງມະຫາວົງ

2. ປະທານ ອພສ ເມືອງຄອບ

         ພຣະອາຈານ ໝານ ປວນສຸວັນ

3. ປະທານ ອພສ ເມືອງຊຽງຮ່ອນ

         ພຣະອາຈານ ມຸງຄຸນ ສຸດທະພັນ

4. ປະທານ ອພສ ເມືອງເງິນ

         ພຣະອາຈານ ອຳມະຕະ ຍານະເມທີ

5. ປະທານ ອພສ ເມືອງຫົງສາ

         ພຣະອາຈານ ສົມພອນ ຄໍາຈະເລີນ

6. ປະທານ ອພສ ເມືອງພຽງ

         ພຣະອາຈານອຸດົມ ທຳມະວົງ

7. ປະທານ ອພສ ເມືອງປາກລາຍ

         ພຣະອາຈານ ຄຳພັດ ກັນທະວົງ

8. ປະທານ ອພສ ເມືອງທົ່ງມີໄຊ

         ພຣະອາຈານ ບຸນເລີດ ປັນຍາ

9. ປະທານ ອພສ ເມືອງແກ່ນທ້າວ

         ພຣະອາຈານ ເຮົ້າ ຈັນທະວົງ

10. ປະທານ ອພສ ເມືອງບໍ່ແຕນ

         ພຣະອາຈານ ທອງໃໝ່ ວົງສະໜິດ

11. ເມືອງໄຊສະຖານ(ເມືອງໃໝ່)


ຂໍ້ມູນຈາກ ອພສ ແຂວງໄຊຍະບູລີ
ເຜີຍແຜ່ວັນທີ 28 ພຶດສະພາ 2026

Post a Comment

1Comments

  1. ມີລະບຸບອກແດ່ກໍ່ດີວ່າ ຂໍ້ມູນອບເດດປີໃດ

    ReplyDelete
Post a Comment