ກັມມາທິການເຜີຍແຜ່ສີລະທັມ



ພາຣະບົດບາດສິດ ແລະ ໜ້າທີ່
ຂອງກັມມາທິການ
 ເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ 

        ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ມີ ພາຣະບົດບາດ ໃນການເຜີຍແຜ່ສີລະທັມ ແລະປະຕິບັດກັມມະຖານລວມທັງສຶກສາອົບຮົມ ພຣະສົງ-ສາມະເນນພໍ່ຂາວ-ແມ່ຂາວ ໃນຂອບ ເຂດທົ່ວປະເທດແຂວງນະຄອນຫຼວງເມືອງເທດສະບານນະຄອນ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ. 

        ສໍາລັບກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດ ກັມມະຖານ ຂອງສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຂຽນເປັນຕົວອັກສອນຫຍໍ້ວ່າ ກຜປຖສ່ວນກັມມາທິການ ເຜີຍແຜ່ສີລະທັມແລະປະຕິບັດກັມມະຖານຂອງອົງການພຸດທະສາສະໜາສັມພັນລາວ ແຂວງນະຄອນຫຼວງ,
ເມືອງເທດສະບານນະຄອນ ຂຽນເປັນຕົວອັກສອນຫຍໍ້ວ່າ ກຜປຖ

        ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ຂອງສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວອົງການພຸດທະສາສະໜາສັມພັນລາວ ແຂວງນະຄອນຫຼວງເມືອງ,ເທດ ສະບານນະຄອນ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມ ຮັບຜິດຊອບຂອງຕົນ ດັ່ງນີ້: 

1. ຮັບຜິດຊອບບໍລິຫານລວມ ໃນທຸກວຽກງານຂອງ ກັມມາທິການ

2. ສ້າງຂໍ້ກໍານົດກົດລະບຽບມະຕິຂໍ້ຕົກລົງ ແລະ ຄໍາສັ່ງອື່ນ ກ່ຽວກັບການເຜີຍແຜ່ສີລະທັມຝຶກອົບຮົມພຣະທັມມະກະຖິ ກາຈານ ໃຫ້ເປັນຜູ້ຊໍານານໃນການເຜີຍແຜ່ທັມ ໃນຫຼາຍຮູບ ການ ແລະ ປະຕິບັດກັມມະຖານໃຫ້ກວ້າງຂວາງທົ່ວປະເທດ ແລ້ວນໍາສະເໜີ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວເຈົ້າຄະນະ ແຂວງນະຄອນຫຼວງເມືອງເທດສະບານນະຄອນ ບົນພື້ນຖານການຕົກລົງເຫັນດີ ຂອງຄະນະບໍລິຫານງານປະຈໍາການ

3. ສ້າງ ວິທະຍາກອນ ແລະ ວິປັດສະນາຈານ ໂດຍຮັບປະກັນໃຫ້ ໄດ້ທັງ ປະຣິມານ ແລະ ຄຸນນະພາບ ເພື່ອປະກອບໃຫ້ແຕ່ລະ ແຂວງນະຄອນຫຼວງເມືອງເທດສະບານນະຄອນ ຢ່າງ ໜ້ອຍໃຫ້ໄດ້ສອງ ຫາ ສາມ ອົງ

4. ນໍາໃຊ້ວິທະຍາກອນ ແລະ ວິປັດສະນາຈານ ທີ່ມີປະສົບການສູງ ທັງຝ່າຍສົງ ແລະ ຝ່າຍຄະຣືຫັດ ຢ່າງເໝາະສົມ ຕາມທິດຊີ້ນໍາ ຂອງປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວເຈົ້າຄະນະ ແຂວງນະຄອນຫຼວງເມືອງເທດສະບານນະຄອນ

5. ຮັບຜິດຊອບຈັດຕັ້ງໜ່ວຍງານສຶກສາອົບຮົມເຜີຍແຜ່ສີລະ ທັມ ແລະ ປະຕິບັດກັມມະຖານ ໃຫ້ແກ່ ພຣະສົງ-ສາມະເນນເຍົາວະຊົນ ແລະ ອະນຸຊົນ ລວມທັງຜູ້ທີ່ກໍາລັງຖືກຄຸມຂັງ ແລະ ດັດສ້າງພຸດທະສາສະນິກະຊົນ ແລະປະຊາຊົນລາວບັນດາເຜົ່າ

6. ຄົ້ນຄວ້າຈັດສົ່ງ ວິທະຍາກອນ ແລະ ວິປັດສະນາຈານ ໄປ ທັດສະນະສຶກສາຮຽນຕໍ່ ແລະ ເຜີຍແຜ່ພຣະພຸດທະສາສະໜາ ໃນຕ່າງປະເທດ ຕາມການຕົກລົງເຫັນດີຂອງຄະນະບໍລິຫານ ງານປະຈໍາການ

7. ຄົ້ນຄວ້າສ້າງຕັ້ງ ແລະຕິດຕາມ ກວດກາ ສູນປະຕິບັດທັມໃນ ວັດທໍຣະນີສົງ ຢູ່ແຂວງນະຄອນຫຼວງເມືອງເທດສະບານນະຄອນ ແລະ ຢູ່ຕ່າງປະເທດ ຕາມຄວາມເໝາະສົມ.


ຄະນະບໍລິຫານກັມມາທິການ ເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ສະໄໜທີ 9 ປະກອບດ້ວຍ:

ຄະນະບໍລິຫານງານປະຈຳການ ສູນກາງ ອພສ 3 ອົງ

1. ພຣະອາຈານ ສີທົນ ໄຊຍະວົງສອນ  ເປັນຫົວໜ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ
2. ພຣະອາຈານ ບຸນທະວີ ສີບຸນເຮືອງ ເປັນຮອງຫົວໜ້າກັມມາ  ທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ
3. ພຣະອາຈານ ປອ. ສີສຸກ ສະເຫຼີມຄຸນ ເປັນຮອງຫົວໜ້າກັມມາ  ທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ

ຄະນະກັມມະການ ສູນກາງ ອພສ 6 ອົງ

1. ພຣະອາຈານ ຫຸມເພັງ ພັນທະສາໂຣ  ເປັນຮອງຫົວໜ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ 

2. ພຣະອາຈານ ທະວີໄຊ ພູມປະເສີດ ເປັນຮອງຫົວໜ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ 

3. ພຣະອາຈານ ມະຫາອຸດອນ ອະນຸຕຕະໂຣ ເປັນຄະນະກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ

4. ພຣະອາຈານ ແກ້ວພະຈັນ ຍົດປັນຍາ  ເປັນຮອງຄະນະກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ

5. ພຣະອາຈານ ປອ. ມະຫາໂສພາ ສີບຸນເຮືອງ  ເປັນຄະນະກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ

6. ພຣະອາຈານ ບຸນມາ ຫອມສົມບັດ  ເປັນຮອງຄະນະກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ


Post a Comment

0Comments

Post a Comment (0)