ອພສ ແຂວງຜົ້ງສາລີ



ປະຫວັດຫຍໍ້ຂອງ ອພສ ແຂວງຜົ້ງສາລີ

        ແຂວງຜົ້ງສາລີ ເປັນແຂວງທີ່ຕັ້ງຢູ່ພາກເໜືອສຸດຂອງ ສປປ ລາວ, ມີຊາຍແດນຕິດກັບ ສປ ຈີນ ແລະ ສສ ຫວຽດນາມ ເຊິ່ງເປັນດິນແດນທີ່ມີຄວາມຫຼາກຫຼາຍທາງເອກະລັກ ເຜົ່າພັນ ແລະ ວັດທະນະທຳ. ລັກສະນະເດັ່ນ: ເປັນແຂວງທີ່ມີອາກາດໜາວເຢັນຕະຫຼອດປີ ແລະ ມີທະເລໝອກທີ່ສວຍງານ, ມີ ຊາ 400 ປີ ທີ່ມີຊື່ສຽງໂດ່ງດັ່ງລະດັບສາກົນໃນການເປັນແຫຼ່ງປູກຊາພັນພື້ນເມືອງບູຮານ ທີ່ມີອາຍຸຍືນຍາວຫຼາຍຮ້ອຍປີຢູ ບ້ານກໍແມນ. 


        ແຂວງຜົ້ງສາລີ ປະກອບມີ 7 ເມືອງ, ມີ 15 ເຜົ່າ,ທີ່ຍັງຄົງຮັກສາເອກະລັກການແຕ່ງກາຍ ແລະ ພາສາປາກເວົ້າໄວ້ຢ່າງໜຽວແໜ້ນ. ເຊິ່ງມີຜູ້ເຊື່ອຖືສາສະໜາພຸດ ກວມເອົາ 60,6% ຂອງພົນລະເມືອງທົ່ວແຂວງ. ທົ່ວແຂວງມີວັດທັງໝົດ 140 ວັດ (ວັດທີ່ມີພຣະສົງຢູ່ 49 ວັດ, ວັດທີ່ບໍ່ມີພຣະຢູ່ 91 ວັດ) . ມີພຣະສົງ-ສາມະເນນທັງໝົດ 263 ອົງ (ພຣະພິກຂຸ 55 ອົງ ແລະ ສາມະເນນ 208 ຕົນ).

- ລາຍລະອຽດຂອງແຕ່ລະເມືອງ: ເມືອງບຸນເໜືອ 34 ວັດ, ຜົ້ງສາລີ 39 ວັດ, ຍອດອູ 10 ວັດ, ບຸນໃຕ້ 13 ວັດ, ເມືອງສໍາພັນ 5 ວັດ, ເມືອງຂວາ 35 ວັດ ແລະ ເມືອງໃໝ່ 4 ວັດ


        ປະຫວັດຄວາມເປັນມາພຸດທະສາສະໜາຂອງແຂວງຜົ້ງສາລີ  ສາມາດແບ່ງອອກເປັນລັກສະນະການນັບຖືທີ່ມີລັກສະນະເດັ່ນຄື: ແບບເຜົ່າໄຕລື້ (ເມືອງບຸນໃຕ້, ຍອດອູ), ແບບລາວ-ລື້ ປະສົມປະສານ ແມ່ນ (ເມືອງບຸນເໜືອ, ເມືອງຜົ້ງສາລີ ), ແບບລາວດັ່ງເດີມບູຮານທີ່ໄດ້ຮັບອິດທິພົນຈາກຫຼວງພະບາງ ( ເມືອງຂວາ, ເມືອງໃໝ່ ແລະ ເມືອງສໍາພັນ).

            ອົງການພຸດທະສາສະໜາສັມພັນລາວ ແຂວງຜົ້ງສາລີ ແມ່ນອົງການບໍລິຫານພຣະສົງ-ສາມະເນນ ຂັ້ນທ້ອງຖີ່ນ ທີ່ມີສາຍຕັ້ງຂຶ້ນກັບ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແລະ ສາຍຂວາງ ຂຶ້ນກັບ ການຊີ້ນໍາ-ນໍາພາຈາກ ອົງການປົກຄອງ ແຂວງຜົ້ງສາລີ ໂດຍມີອົງການແນວລາວສ້າງຊາດແຂວງ, ຫ້ອງວ່າການແຂວງ ແລະ ພະແນກພາຍໃນ ໃນເມື່ອກ່ອນ ເປັນອົງການພາຄີ ຕິດຕໍ່ປະສານງານໃນການເຮັດວຽກງານຂອງ ອພສ ແຂວງ.

            ອົງການພຸດທະສາສະໜາສັມພັນລາວ ແຂວງຜົ້ງສາລີ ມີພາລະບົດບາດ ໃນກການປົກຄອງພຣະສົງ-ສາມະເນນ, ພໍ່ຂາວແມ່ຂາວ ແລະ ສັງກາລີ, ບໍລິຫານຄຸ້ມຄອງການສຶກສາສົງ, ສາທະລະນູປະການ, ເຜີຍແຜ່ສີລທັມ ແລະ ປະຕິບັດກັມມະຖານ, ການຕ່າງປະເທດ, ວຽກງານເຕົ້າໂຮມຄວາມສາມັກຄີພຸດທະສາສະນິກະຊົນ ແລະ ປະຊາຊົນບັນດາເຜົ່າ ພາຍໃນແຂວງຜົ້ງສາລີ.

          ເຊິ່ງອົງການ ອພສ ແຂວງ ຂອງພວກເຮົາກໍໄດ້ສໍາເລັດກອງປະຊຸມໃຫ່ຍພຣະສົງທົ່ວແຂວງຜົ້ງສາລີ ສະໄໝທີ II ໃນວັນທີ 05 ເມສາ ປີ 2021 ທີ່ສະໂມສອນໃຫ່ຍ ເມືອງບຸນເໜືອ ແຂວງຜົ້ງສາລີ ກອງປະຊຸມຄັ້ງນີ້ ໄຂຂຶ້ນເພື່ອພິຈາລະນາຮັບຮອງເອົາຄະນະ ອພສ ແຂວງຊຸດໃໝ່ ຄັ້ງທີ II ແລະ ຮັບຮອງເອົາ ບົດສະຫຼຸບລາຍງານການເຄື່ອນໄຫວວຽກງານທີ່ຜ່ານມາ ແລະ ວາງທິດທາງແຜນການບັນຫາສໍາຄັນຕ່າງໆ ໃນຕໍ່ໜ້າ. ຫຼັງຈາກສໍາເລັດກອງປະຊຸມໃຫ່ຍແລ້ວ ທາງຄະນະ ອພສ ກໍໄດ້ນໍາເອົາຜົນສໍາເລັດກອງປະຊຸມໃຫ່ຍ ລົງເຄື່ອນໄຫວເຜີຍຍແຜ່ ສູ່ຮາກຖາກແຕ່ລະເມືອງຈົນສຳເລັດສົມບູນ. ແລະ ສໍາເລັດກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວແຂວງຜົ້ງສາລີ ສະໄໝທີ iii ໃນວັນທີ 14 ພະຈິກ 2026 ຜ່ານມານີ້.


ອົງການພຸດທະສາສະໜາສັມພັນລາວ ແຂວງຜົ້ງສາລີ 

ມີໂຄງປະກອບການຈັດຕັ້ງຂອງ ອພສ ແຂວງ ສະໄໝທີ III ມີດັ່ງນີ້:

1)   ຄະນະທີ່ປຶກສາ 03 ອົງ ປະກອບມີ:

1.    ພຣະອາຈານ ສົມສີ ສິຣິມຸງຄຸນ

2.    ພຣະອາຈານ ບຸນເຮົ້າ ປັນຍາສຸກ

3.    ພຣະອາຈານ ຄໍາພັນ


2)   ຄະນະປະທານ 03 ອົງປະກອບມີ:

1.    ພຣະອາຈານ ດວງຈັນວົງພາສີ  ເປັນປະທານ ອພສ  ແຂວງຜົ້ງສາລີ 

2.    ພຣະອາຈານ ຄໍາດີ ຄັມພິຣະປັນໂຍ  ເປັນຮອງປະທານ ອພສ ແຂວງຜົ້ງສາລີ 

3)   ພຣະອາຈານ ສີກັນດາ ແກ້ວກ່ອມທິບພະພອນ   ເປັນຮອງປະທານ ອພສ ແຂວງຜົ້ງສາລີ


4)   ຄະນະບໍລິຫານງານປະຈໍາການ ອພສ ແຂວງ 07 ອົງ ປະກອບມີ:

1.    ພຣະອາຈານ ດວງຈັນ ວົງພາສີ

2.    ພຣະອາຈານ ຄໍາດີ ຄັມພິຣະປັນໂຍ

3.    ພຣະອາຈານ ສິກັນດາ ແກ້ວກ່ອມທິບພະພອນ

4.    ພຣະອາຈານ ຕຸ້ຍ ທະວີຄຸນໄຊ

5.    ພຣະອາຈານ ແສງເພັດ ວິໄລສັກ

6.    ພຣະອາຈານ ວັນທອງ ແກ້ວວີໄຊ

7.    ພຣະອາຈານ ຄໍາພັນ ແສນຄຸນນາ


5)   ຄະນະບໍລິຫານງານ ອພສ ແຂວງ 25 ອົງ ປະກອບມີ:

1.    ພຣະອາຈານ ດວງຈັນ ວົງພາສີ 

2.    ພຣະອາຈານ ສີກັນດາ ແກ້ວກ່ອມທິບພະພອນ 

3.    ພຣະອາຈານ ຄໍາພັນ ແສນຄຸນນາ

4.    ພຣະອາຈານ ຄໍາດີ ຄັມພິຣະປັນໂຍ

5.    ພຣະອາຈານ ຕຸ້ຍ ທະວີຄຸນໄຊ

6.    ພຣະອາຈານ ແສງເພັດ ວີໄລສັກ

7.    ພຣະອາຈານ ວັນທອງ ແກ້ວວີໄຊ

8.    ພຣະອາຈານ ບົວຄໍາ ໄຊຍະວົງ                       

9.    ພຣະອາຈານ ຄໍາພັນ                                     

10. ພຣະອາຈານ ແກ້ວເພັດ ສຸລາດ                    

11. ພຣະອາຈານ ເພັດສຸລາດ ແສງອຸລາ             

12. ພຣະອາຈານ ມະຫາສຸຈະລິດ ຈັນທະປະເສີດ

13. ພຣະອາຈານ ທອງໄຊ ອຸ່ນ

14. ພຣະອາຈານ ດວງແກ້ວ ບານທະແພງ

15. ພຣະອາຈານ ບຸນແກ້ວ ສຸລິຍະວົງ

16. ພຣະອາຈານ ວັນສຸກ ວົງທິດປັນຍາ

17. ພຣະອາຈານ ຄໍາສຸກ ເພຍດວງສີ

18. ພຣະອາຈານ  ບຸນຍົງ ດາລາຄໍາ

19. ພຣະອາຈານ ສົມໄຊ ໄຊຍະຄໍາ

20. ພຣະອາຈານ ສົມດີ ນາກວົງ

21. ພຣະອາຈານ ສຸພີ ພາມີ

22. ພຣະອາຈານ ວົງເພັດ ພູຣິປັນໂຍ

23. ພຣະອາຈານ ສົມສີ ສິດທະຈິດໂຕ

24. ພຣະອາຈານ  ໂດ້  ສີວັນທອງ

25. ພຣະອາຈານ ບຸນສົງ ກິດຕິທະໂຣ


. ຫ້ອງການບໍລິຫານງານ ອົງການພຸດທະສາສະໜາສັມພັນລາວ ແຂວງຜົ້ງສາລີ

1.   ພຣະອາຈານ ຕຸ້ຍ ທະວີຄຸນໄຊ    ເປັນຫົວໜ້າຫ້ອງການບໍລິຫານງານ ອພສ ແຂວງ


. ກັມມາທິການປົກຄອງສົງ ອົງການພຸດທະສາສະໜາສັມພັນລາວ ແຂວງຜົ້ງສາລີ

1.     ພຣະອາຈານ ຄໍາດີ ຄໍາພິຣະປັນໂຍ         ເປັນຫົວໜ້າກັມມາທິການປົກຄອງສົງ.


. ກັມມາທິການສຶກສາສົງ ອົງການພຸດທະສາສະໜາສັມພັນລາວ ແຂວງຜົ້ງສາລີ 

1.     ພຣະອາຈານ ວັນທອງ ແກ້ວວີໄຊ  ເປັນຫົວໜ້າກັມມາທິການສຶກສາສົງ.


. ກັມມາທິການເຜີຍເເຜ່ ເເລະ ປະຕິບັດກໍາມະຖານ ອົງການພຸດທະສາສະໜາສັມພັນລາວ ແຂວງຜົ້ງສາລີ

1.     ພຣະອາຈານ ສີກັນດາ ແກ້ວກ່ອມທິບພະພອນ   ເປັນຫົວໜ້າກັມມາທິການເຜີຍແຜ່ສິລະທັມ ແລະ ປະຕິບັດກັມມະຖານ


. ກັມມາທິການສາທາລະນູປະການ ອົງການພຸດທະສາສະໜາສັມພັນລາວ ແຂວງຜົ້ງສາລີ

1. ພຣະອາຈານ ຄໍາພັນ ແສນຄຸນນາ                   ເປັນຫົວໜ້າກັມມາທິການສາທາລະນຸປະການ


. ກັມມາທິການ ການຕ່າງປະເທດ ອົງການພຸດທະສາສະໜາສັມພັນລາວ ແຂວງຜົ້ງສາລີ

1.     ພຣະອາຈານ ແສງເພັດ ວິໄລສັກ   ເປັນຫົວໜ້າກັມມາທິການການຕ່າງປະເທດ.

 

V ປະທານ ອພສ 7 ຕົວເມືອງ

1.    ເມືອງຜົ້ງສາລີ   ພຣະອາຈານ ຄໍາພັນ ແສນຄູນນາ

2.    ເມືອງ ບຸນເໜືອ    ພຣະອາຈານ ສີກັນດາ ແກ້ວກ່ອມທິບພະພອນ

3.   ເມືອງຍອດອູ  ພຣະອາຈານ ແກ້ວເພັດສຸລາດ

4.   ເມືອງ ບຸນໃຕ້   ພຣະອາຈານ ເພັດສຸລາດ ແສງອຸລາ

5.    ເມືອງຂວາ   ພຣະອາຈານ ແສງເພັດ ວິໄລສັກ

6.    ເມືອງ ໃໝ່  ພຣະອາຈານ ບົວຄໍາ ໄຊຍະວົງ

ເມືອງ  ສໍາພັນ   ພຣະອາຈານ ຄໍາພັນ 



ຂໍ້ມູນຈາກ ອພສ ແຂວງຜົ້ງສາລີ
ເຜີຍແຜ່ວັນທີ 23 ພຶດສະພາ 2026


Post a Comment

0Comments

Post a Comment (0)