ຫ້ອງການບໍລິຫານ



ພາຣະບົດບາດ ສິດ ແລະ ໜ້າທີ່ ຂອງຫ້ອງການບໍລິຫານງານ 

        ຫ້ອງການບໍລິຫານງານ ມີພາຣະບົດບາດ ເປັນເສນາທິການໃຫ້ ແກ່ຄະນະປະທານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປລາວ, ປະທານ ອພສ ແຂວງ, ນະຄອນຫຼວງ, ເມືອ, ເທດສະ ບານ, ນະຄອນ ໃນການປະສານສົມທົບ ແລະ ອໍານວຍຄວາມສະດວກໃຫ້ແກ່ບັນດາ ກັມມາທິການ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.

        ສໍາລັບຫ້ອງການບໍລິຫານງານ ຂອງສູນກາງອົງການພຸດທະສາ ສະໜາສັມພັນ ແຫ່ງ ສປປ ລາວ ຂຽນເປັນຕົວອັກສອນຫຍໍ້ວ່າ“ຫກ”,ສ່ວນຫ້ອງການບໍລິຫານງານຂອງອົງການພຸດທະສາສະໜາສັມພັນລາວ ແຂວງ, ນະຄອນຫຼວງ,
 
ເມືອງ, ເທດສະບານ, ນະຄອນ ຂຽນເປັນຕົວ ອັກສອນຫຍໍ້ວ່າ “ຫກ”  

        ຫ້ອງການບໍລິຫານງານ ຂອງສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ,ອົງການພຸດທະສາສະໜາສັມພັນລາວ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້: 

1. ເປັນໃຈກາງໃນການພົວພັນ ລະຫວ່າງອົງການຈັດຕັ້ງພຣະສົງ ກັບກະຊວງ, ອົງການທຽບເທົ່າກະຊວງ,ອົງການປົກຄອງ ທ້ອງຖິ່ນ, ການຈັດຕັ້ງ ແລະ ພາກສ່ວນທີ່ກ່ຽວຂ້ອງ ລວມທັງ ການພົວພັນ ລະຫວ່າງສົງຕໍ່ສົງ ຕາມຫຼັກທັມມະວິນັຍ, ແນວທາງນະໂຍບາຍ, ກົດໝາຍ ແລະ ລະບຽບການ; 

 

2. ສະເໜີລາຍຊື່ບຸກຄະລາກອນສົງ ທີ່ຈະຖືກຄັດເລືອກເປັນ, ຄະນະບໍລິຫານງານປະຈໍາການ, ຄະນະກັມມະການ,ຫົວ ໜ້າຫ້ອງການບໍລິຫານງານ, ຫົວໜ້າກັມມາທິການ, ຮອງຫົວໜ້າຫ້ອງການບໍລິ ຫານງານ, ຮອງຫົວໜ້າກັມມາທິການຕໍ່ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດ, ແຂວງ,ນະ ຄອນຫຼວງ, ເມືອງ, ເທດສະບານ, ນະຄອນ, ກອງປະຊຸມສະໄໝ ສາມັນຄົບຄະນະກັມມະການຫຼືກອງປະຊຸມຄະນະບໍລິຫານງານ ປະຈໍາການ;

3. ຮັບຜິດຊອບວຽກງານເອກະສານ ຂາເຂົ້າ-ຂາອອກ, ຄົ້ນຄວ້າ ແລະ ສ້າງເອກະສານ ກ່ຽວກັບວຽກງານຄຸ້ມຄອງບໍລິ
ຫານ
; 

4. ວາງແຜນການດໍາເນີນງານ ປະຈໍາ ເດືອນ, ສາມເດືອນ, ຫົກເດືອນ, ປີ ແລະ ຫ້າປີ; 

5. ຄົ້ນຄວ້າ, ວາງແຜນ, ຂຶ້ນແຜນ ແລະນໍາໃຊ້ງົບປະມານ; 6. ຄົ້ນຄວ້າ, ສັບຊ້ອນ ແລະແຕ່ງຕັ້ງພຣະສົງໃຫ້ຮັບຜິດ
ຊອບ
ວຽກງານໃດໜຶ່ງ ຕາມຄວາມເໝາະສົມ ບົນພື້ນຖານການ ຕົກລົງເຫັນດີ ຂອງຄະນະບໍລິຫານງານປະຈໍາການ; 

7. ສັງລວມ, ສະຫຼຸບ ແລະ ລາຍງານ ການປະຕິບັດວຽກງານຂອງ ຕົນ ຕໍ່ຄະນະບໍລິຫານງານພຣະສົງທີ່ກ່ຽວຂ້ອງ ຢ່າງເປັນປົກກະຕິ;ສໍາລັບຫ້ອງການບໍລິຫານງານ ຂອງອົງການພຸດທະສາສະໜາສັມພັນລາວເມືອງ, ເທດສະບານ, ນະຄອນ
ຍັງມີສິດ ແລະໜ້າທີ່
ກ່ຽວກັບສາສະນະກິດສັມພັນຕ່າງປະເທດ ຕາມຂອບເຂດຄວາມ ຮັບຜິດຊອບຂອງຕົນ ແລະ ຕາມການມອບໝາຍ.

ຄະນະບໍລິຫານງານສູນກາງ ອພສ ສະໄໝທີ 9 ປະກອບມີ

ຄະນະບໍລິຫານງານປະຈຳການ ສູນກາງ ອພສ 3 ອົງ

1. ພຣະອາຈານ ອະທິປະໄຕ ໄມຕີຈິດ ເປັນຫົວໜ້າຫ້ອງການບໍລິ ຫານງານ

2. ພຣະອາຈານ ດາວເຮືອງ ຄໍາປະເສີດ ເປັນຮອງຫົວໜ້າຫ້ອງການບໍລິຫານງານ

3. ພຣະອາຈານ ປອ. ອຳມະລິນ ບຸນວິເສດ ເປັນຮອງຫົວໜ້າຫ້ອງ ການບໍລິຫານງານ


ຄະນະກັມມະການ ສູນກາງ ອພສ 8 ອົງ

1. ພຣະອາຈານ ອາໂນຊາ ໄມຕີຈິດ ເປັນຮອງຫົວໜ້າຫ້ອງ ການບໍລິຫານງານ

2. ພຣະອາຈານ ພົມມະລິນ ສີສຸລິນທອນ ເປັນຮອງຫົວໜ້າຫ້ອງ ການບໍລິຫານງານ

3. ພຣະອາຈານ ໄຊຍະເດດ ວົງໂສພາ ເປັນຄະນະຫ້ອງການບໍລິຫານງານ 

4. ພຣະອາຈານ ສຳນຽງ ບຸບຜາວົງ ເປັນຄະນະຫ້ອງການບໍລິຫານງານ

5. ພຣະອາຈານ ປອ. ໄພວັນ ມາລາວົງ ເປັນຄະນະຫ້ອງການບໍລິຫານງານ

6. ພຣະອາຈານ ຖະໜອມສັກ ທອງຄຳມີ ເປັນຄະນະຫ້ອງການບໍລິຫານງານ

7. ພຣະອາຈານ ສົມກຽດ ຄຳເພັດມີໄຊ ເປັນຄະນະຫ້ອງການບໍລິຫານງານ

8. ພຣະອາຈານ ຄຳມົນ ສຸທັມມະໂກສານ ເປັນຄະນະຫ້ອງການບໍລິຫານງານ


Post a Comment

0Comments

Post a Comment (0)