ກັມມາທິການສຶກສາສົງ

ພາຣະບົດບາດສິດ ແລະ ໜ້າທີ່ ຂອງກັມມາທິການ ສຶກສາສົງ 
        ກັມມາທິການສຶກສາສົງ ມີພາຣະບົດບາດກ່ຽວກັບການສຶກສາ ຂອງພຣະສົງ-ສາມະເນນພໍ່ຂາວ-ແມ່ຂາວ ໃນຂອບເຂດທົ່ວປະເທດແຂວງນະຄອນຫຼວງເມືອງເທດສະບານນະຄອນ ຕາມຂອບເຂດ ຄວາມຮັບຜິດ ຊອບຂອງຕົນ. ສໍາລັບກັມມາທິການສຶກສາສົງ ຂອງສູນກາງອົງການພຸດທະສາ ສະໜາສັມພັນ ແຫ່ງ ສປປ ລາວ ຂຽນເປັນຕົວອັກສອນຫຍໍ້ ວ່າ ກສສ”, ສ່ວນກັມມາທິການສຶກສາສົງ ຂອງອົງການພຸດທະສາສະໜາ ສັມພັນລາວ ແຂວງນະຄອນຫຼວງເມືອງເທດສະບານນະຄອນຂຽນເປັນຕົວອັກສອນຫຍໍ້ວ່າ ກສສ”. 
        ກັມມາທິການສຶກສາສົງ ຂອງສູນກາງອົງການພຸດທະສາສະ ໜາສັມພັນ ແຫ່ງ ສປປ ລາວອົງການພຸດທະສາສະ ໜາສັມພັນລາວ ແຂວງນະຄອນຫຼວງເມືອງເທດສະບານນະຄອນ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້: 
1. ຮັບຜິດຊອບບໍລິຫານລວມ ໃນທຸກວຽກງານຂອງ ກັມມາທິການ
2. ຄົ້ນຄວ້າ ແລະ ປັບປຸງ ການສຶກສາສົງ ໂດຍໃຫ້ມີການສຶກສາ ພຣະທັມມະວິນັຍພາສາປາລີສັນສະກຣິດ ອັກສອນທັມວິທະຍາສາດທໍາມະຊາດວິທະຍາສາດສັງຄົມ ແລະ ພາສາ ຕ່າງປະເທດ ໃນການສຶກສາ ສາຍປະຣິຍັດຕິທັມສາຍສາມັນສຶກສາສົງ ແລະ ບັນດິດວິທະຍາ
3. ຄົ້ນຄວ້າ ແລະ ປະກອບ ບຸກຄະລາກອນສົງ ເຂົ້າໃນກອງວິຊາ ການຄົ້ນຄວ້າ ແລະ ສ້າງ ຫຼັກສູດຕໍາລາ ພາສາປາລີສັນສະກຣິດອັກສອນທັມ ແບບຮຽນຮູ້ໄດ້ງ່າຍ ລວມທັງ ແບບຮຽນວິຊາອື່ນ ທີ່ຮັບຮູ້ໄດ້ໄວ ແລະ ນໍາໃຊ້ຢ່າງຖືກຕ້ອງແທດເໝາະກັບສະພາບການປ່ຽນແປງໃໝ່ ຂອງໂລກ
4. ຈັດຕັ້ງຫ້ອງສະໝຸດຫໍໄຕຣ ໃນແຕ່ລະ ວັດເມືອງເທດສະບານນະຄອນແຂວງນະຄອນຫຼວງ ແລະ ສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ລວມທັງ ສະຖານການສຶກສາສົງທຸກແຫ່ງ ສໍາລັບສຶກສາຄົ້ນຄວ້າຄວາມຮູ້ໄປພ້ອມກັນກັບການຂະຫຍາຍຕາໜ່າງການສຶກສາ ຢ່າງໜ້ອຍ ແຂວງລະ ໜຶ່ງ ຫາ ສອງ ແຫ່ງ
5. ຈັດຕັ້ງໂຮງຮຽນພຸດທະເຍົາວະຊົນ ຂຶ້ນໃນວັດທີ່ມີເງື່ອນໄຂ ໂດຍມີການກໍານົດ ວັນເວລາ ແລະ ວິຊາທາງພຣະພຸດທະສາ ສະໜາ ປະສົມປະສານກັບວິຊາຮັບໃຊ້ສັງຄົມ ແລະ ພາສາ ຕ່າງປະເທດ ໃນການຮຽນການສອນ
6. ສ້າງບຸກຄະລາກອນສຶກສາສົງ ໃຫ້ໄດ້ທັງ ປະຣິມານ ແລະ ຄຸນນະພາບ ເພື່ອຮັບໃຊ້ວຽກງານການສຶກສາສົງ
7. ສັງລວມ ແລະ ເຕົ້າໂຮມ ບັນດານັກປຣາດ-ບັນດິດນັກວິຊາການ ທາງພຣະພຸດທະສາສະໜາ ເພື່ອດໍາເນີນວຽກງານ ດ້ານວິຊາການພາສາສາດສາສະນະສາດ ແລະ ວິທະຍາສາດ ອື່ນທີ່ກ່ຽວຂ້ອງ
8. ຄຸ້ມຄອງຕິດຕາມ ນັກຮຽນນັກສຶກສາສົງ ທີ່ສຶກສາ ທັງພາຍ ໃນ ແລະ ຕ່າງປະເທດ ພ້ອມທັງຮັບຜິດຊອບ ການຄັດເລືອກ ແລະ ສອບເສັງ ນັກສຶກສາສົງທີ່ຈະໄປສຶກສາຕໍ່ຕ່າງປະເທດ
9. ຄົ້ນຄວ້າສັບຊ້ອນຈັດສົ່ງ ພຣະສົງ-ສາມະເນນ ທີ່ຮຽນຈົບ ຈາກ ວິທະຍາໄລສົງ ຫຼື ມະຫາວິທະຍາໄລສົງ ທັງພາຍໃນ ແລະ ຕ່າງປະເທດ ໄປປະຈໍາການຢູ່ ແຂວງນະຄອນຫຼວງເມືອງເທດສະບານນະຄອນ.

 

ຄະນະບໍລິຫານງານກັມມາທິການສຶກສາສົງ
ສະໄໝທີ8 ປະກອບດ້ວຍ:

1. ພຣະອາຈານ ມະຫາພູສະຫວັນ ພັນທະບົວລີ
ເປັນຫົວໜ້າກັມມາທິການ
 

2. ພຣະອາຈານ ປອ. ພວງປະເສີດ ພູມມາວົງ
ເປັນຮອງຫົວໜ້າກັມມາທິການ
 

3. ພຣະອາຈານ ທອງຄໍາ ພົມມະຮັກສາ 
ເປັນຮອງຫົວໜ້າກັມມາທິການ

Post a Comment

0Comments

Post a Comment (0)