ອພສ ແຂວງອຸດົມໄຊ




I. ປະຫວັດຫຍໍ້ຂອງອົງການພຸດທະສາສະໜາສັມພັນລາວ ແຂວງອຸດົມໄຊ
        ແຂວງອຸດົມໄຊ ຕັ້ງຢູ່ພາກເໜືອຂອງປະເທດລາວ, ຢູ່ຈຸດໃຈກາງຂອງ 4 ແຂວງພາກເໜືອ ແລະ ມີໄລຍະທາງຫ່າງຈາກນະຄອນຫຼວງວຽງຈັນ 583 ກິໂລແມັດ, ມີເນື້ອທີ່ທັງໝົດ 15,370 ກິໂລຕາແມັດ, ກວມເອົາ 6.5 % ຂອງເນື້ອທີ່ທົ່ວປະເທດ ແລະ 14 % ຂອງເນື້ອທີ່ບັນດາຂອງແຂວງພາກເໜືອ. ມີຊາຍແດນຕິດກັບບັນດາແຂວງ ແລະ ຕ່າງປະເທດຄື : ທິດເໜືອຕິດກັບແຂວງຜົ້ງສາລີ ມີລວງຍາວປະມານ 65.5 ກິໂລແມັດ ແລະ ຕິດກັບ ສປ ຈີນ 21.7 Km., ທິດໃຕ້ຕິດກັບແຂວງໄຊຍະບູລີ ມີລວງຍາວປະມານ 120 ກິໂລແມັດ, ທິດຕາເວັນອອກຕິດກັບແຂວງຫຼວງພະບາງ ມີລວງຍາວປະມານ 183.25 ກິໂລແມັດ, ທິດຕາເວັນຕົກຕິດກັບແຂວງຫຼວງນໍ້າທາ ມີລວງຍາວ 160 ກິໂລແມັດ ແລະ ແຂວງບໍ່ແກ້ວມີລວງຍາວ 110 ກິໂລແມັດ.
        ແຂວງອຸດົມໄຊ ປະກອບມີ 7 ຕົວເມືອງຄື: ເມືອງໄຊ, ເມືອງຫຼາ, ເມືອງນາໝໍ້, ເມືອງງາ, ເມືອງແບງ, ເມືອງຮຸນ ແລະ ເມືອງປາກແບງ. ມີ 51 ກຸ່ມບ້ານ, ມີ 466 ບ້ານ, ໃນນີ້ ບ້ານໃນຕົວເມືອງມີ 61 ບ້ານ ກວມເອົາ 13%, ບ້ານຊົນນະບົດມີເສັ້ນທາງລົດເຂົ້າເຖິງ ມີ 336 ບ້ານ, ກວມເອົາ 72% ແລະ ບ້ານຊົນນະບົດທີ່ບໍ່ມີເສັ້ນທາງລົດເຂົ້າເຖິງມີ 69 ບ້ານ ກວມເອົາ 14,80%; ມີຄອບຄົວທັງໝົດ 66,549 ຄົວເຮືອນ, ໃນນີ້: ຄອບຄົວທຸກຍາກ 22,070 ຄອບຄົວ ກວມເອົາ 33% ຂອງຄອບຄົວທັງໝົດ, ມີພົນລະເມືອງທັງໝົດ 370,437 ຄົນ, ຍິງ 184,889 ຄົນ, ລະດັບຄວາມໜາແໜ້ນຂອງພົນລະເມືອງ ສະເລ່ຍແມ່ນ 24 ຄົນ/km2.
        ທົ່ວແຂວງອຸດົມໄຊ ປະກອບມີ 12 ຊົນເຜົ່າ ແຍກຕາມໝວດພາສາຄື: ເຜົ່າລາວ, ເຜົ່າລື້, ເຜົ່າໄຕ, ເຜົ່າຢັ້ງ, ເຜົ່າກຶມມຸ, ເຜົ່າບິດ, ເຜົ່າລະເມດ, ເຜົ່າມົ້ງ, ເຜົ່າອິວມ້ຽນ, ເຜົ່າອາຄາ, ເຜົ່າພູນ້ອຍ, ເຜົ່າຫໍ້; ໄດ້ແຍກຕາມໝວດພາສາປາກເວົ້້າຄື: ມີ 4 ໝວດພາສາ ຄື : ພາສາມອນ-ຂະແມ, ພາສາລາວ-ໄຕ, ພາສາມົ້ງ-ອິວມ້ຽນ ແລະ ພາສາຈີນ-ຕີເບດ.
       ອົງການພຸດທະສາສະໜາສັມພັນລາວ ແມ່ນອົງການຈັດຕັ້ງໜຶ່ງທີ່ໄດ້ຮັບການສົ່ງເສີມຈາກພັກ-ລັດ ແລະປະຊາຊົນລາວບັນດາເຜົ່າ ມີພາລະບົດບາດໃນການປົກຄອງພຣະສົງ ແລະ ຄຸ້ມຄອງພຣະພຸດທະສາສະໜາ ເປັນຕົວແທນໃຫ້ແກ່ພຣະສົງ-ສາມະເນນ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າ ໃນຂອບເຂດທົ່ວແຂວງອຸດົມໄຊ; ສາສະໜາພຸດເປັນສາສະໜາທີ່ເກົ່າແກ່, ມີປະຫວັດສາດອັນຍາວນານ ແລະ ເປັນສາສະໜາທີ່ສ້າງອະຣິຍະທໍາໃຫ້ແກ່ມວນມະນຸດຊາດ ເປັນເວລາ 2600 ກວ່າປີ ພ້ອມດຽວກັນນັ້ນກໍໄດ້ມີການຂະຫຍາຍຕົວ ແລະ ເປັນທີ່ຍອມຮັບນັບຖືຢ່າງກວ້າງຂວາງ. ເຊິ່ງ ແມ່ນອົງການຈັດຕັ້ງທີ່ເປັນຕົວແທນໃຫ້ແກ່ພຣະສົງ-ສາມະເນນ ກໍ່ຄືພຸດທະສາສະນິກະຊົນລາວ ທີ່ມີສັທທາ ແລະ ຄວາມເຫຼື້ອມໃສຕໍ່ພຣະທັມຄຳສັ່ງສອນຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າ. ພຣະພຸດທະສາສະໜາແມ່ນສາສະໜາທີ່ມີປະຫວັດສາດອັນຍາວນານ ເຕີບໃຫຍ່ຂະຫຍາຍຕົວ ແລະ ສະນິດຕິດພັນກັບປະຫວັດສາດຂອງຊາດລາວ ມາເປັນເວລາຍາວນານ ແລະ ພຣະສົງສາມະເນນ ໄດ້ເປັນໃຈກາງເຕົ້າໂຮມຄວາມສາມັກຄີ ອົບຮົມສັ່ງສອນອອກຕົນຍາດໂຍມລາວບັນດາເຜົ່າ ໃຫ້ມີນ້ຳໃຈຮັກຊາດ, ຮັກລະບອບໃໝ່, ຈໍາແນກໄດ້ມິດ-ສັດຕູ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ.
        ອົງການພຸດທະສາສະໜາສັມພັນລາວຂັ້ນຕ່າງໆ ໄດ້ເອົາໃຈໃສ່ເຜີຍແຜ່ພຣະທັມ ຄໍາສອນ ແກ່ພຣະສົງ-ສາມະເນນ ທາງດ້ານສີລະທັມ ແລະ ປະຕິບັດຕາມລະບຽບກົດໝາຍບ້ານເມືອງຢ່າງເຄັ່ງຄັດ, ກໍຄືແນໃສ່ເຮັດໃຫ້ພຣະສົງສາມະເນນມີລະບຽບວິນັຍ, ຍຶດຖືສີລະທັມເປັນຫຼັກໃນການດຳລົງຊີວິດ, ຕິດພັນກັບນ້ຳໃຈຮັກຊາດ, ຮັກລະບອບໃໝ່ ແລະ ສ້າງຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ. 

1. ດ້ານການບໍລິຫານ ແລະ ວິຊາການ:
        ຫ້ອງການບໍລິຫານງານ ອພສ ແຂວງ, ເປັນເສນາທິການໃຫ້ຄະນະປະທານ ອພສ ແຂວງ, ຄະນະກັມມາທິການ ອພສ ແຂວງ, ອຳນວຍຄວາມສະດວກວຽກງານຂັ້ນ ຄະນະ ອພສ ເມືອງ, ເກັບກຳສະຖິຕິ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ສົ່ງເສີມພັດທະນາວຽກງານຂອງການບໍລິຫານອົງການ, ປະສານງານ, ອໍານວຍຄວາມສະດວກ ຄອດປະສານສານງານ ລະຫວ່າງການຈັດຕັ້ງສົງ ແລະ ລັດຖະການ, ຊັບຊ້ອນບຸກຄະລາກອນເຂົ້າໃນວຽກງານແຕ່ລະກັມມາທິການ, ສັງລວມ ແລະ ວາງແຜນພັດທະນາອົງການພຸດທະສາສະໜາສັມພັນລາວແຂວງ.

2. ດ້ານການຄຸ້ມຄອງ ແລະ ປົກຄອງສົງ:
        ອົງການພຸດທະສາສະໜາສັມພັນລາວຂັ້ນຕ່າງໆ ໄດ້ເອົາໃຈໃສ່ເຜີຍແຜ່ພຣະທັມ ຄໍາສອນ ແກ່ພຣະສົງ-ສາມະເນນ ທາງດ້ານສີລະທັມ ແລະ ປະຕິບັດຕາມລະບຽບກົດໝາຍບ້ານເມືອງຢ່າງເຄັ່ງຄັດ, ກໍຄືແນໃສ່ເຮັດໃຫ້ພຣະສົງສາມະເນນມີລະບຽບວິນັຍ, ຍຶດຖືສີລະທັມເປັນຫຼັກໃນການດຳລົງຊີວິດ, ຕິດພັນກັບນ້ຳໃຈຮັກຊາດ, ຮັກລະບອບໃໝ່ ແລະ ສ້າງຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ. ມາຮອດປັດຈຸບັນ ປີ ພຸດທະສັງກາດ 2569 (ຄ.ສ 2026) ທົ່ວແຂວງອຸດົມໄຊ ມີວັດທັງໝົດ 97 ວັດ; ມີພຣະສົງປະຈໍາຢູ່ 73 ວັດ, ບໍ່ມີພຣະສົງປະຈໍາຢູ່ 24 ວັດ, ມີພຣະສົງທັງໝົດ 102 ອົງ; ພຣະພິກຂຸ 102 ອົງ, ສາມະເນນ 487 ອົງ, ມີຄະນະ ອພສ ຂັ້ນແຂວງ 25 ອົງ, ອພສ ຂັ້ນເມືອງ 77 ອົງ, ຄະນະກໍາມະການສູນກາງ ອພສ 2 ອົງ, ຄະນະກໍາມະການແນວສູນກາງແນວລາວສ້າງຊາດ 1 ອົງ, ຄະນະກໍາມະການແນວລາວສ້າງຊາດແຂວງ 4 ອົງ, ທີ່ປຶກສາ ອພສ ແຂວງ 3 ອົງ, ທີ່ປຶກສາ ອພສ ເມືອງ 12 ອົງ, ຜູ້ຊ່ວຍ ອພສ ແຂວງ 3 ອົງ, ອພສ ເມືອງ 5 ອົງ.
        ລາຍລະອຽດ ບັນດາວັດທີ່ມີຢູ່ໃນເມືອງ ທົ່ວແຂວງອຸດົມໄຊ: ເມືອງໄຊ ມີ ຈໍານວນ 24, ວັດ, ເມືອງແບງຈໍານວນ 18 ວັດ, ເມືອງຮຸນ ຈໍານວນ 17 ວັດ, ເມືອງປາກແບງ ຈໍານວນ 7 ວັດ, ເມືອງງາ ຈໍານວນ 18 ວັດ, ເມືອງຫຼາ 3 ວັດ, ແລະ ເມືອງນາໝໍ້້ ຈໍານວນ 10 ວັດ.

3. ດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ:
        ຄະນະກັມມາທິການສຶກສາສົງແຂວງ ໄດ້ເອົາໃຈໃສ່ພັດທະນາວຽກງານພັດທະນາຊັບພະຍາກອນມະນຸດ ກໍຄືການສົ່ເສີມ ແລະ ໃຫ້ໂອກາດແກ່ເດັກນ້ອຍ, ເຍົາວະຊົນ ໄດ້ເຂົ້າບວດຮໍ່າຮຽນ, ແລະ ສືບທອດອາຍຸພຣະພຸດທະສາສະໜາ, ສຶກສາຄົ້ນຄວ້າທາງດ້ານວິຊາການຝ່າຍທັມ ແລະ ທາງໂລກ ຄວບຄູ່ກັນໄປ ເພື່ອໃຫ້ມີການພັດທະນາ ແລະ ຍົກລະດັບດ້ານຄວາມຮູ້, ຄວາມສາມາດ, ທັກສະ ແລະ ການປະພຶດປະຕິບັດ ຕາມທັມມະວິໄນ ແລະ ກົດລະບຽບ ການປົກຄອງ, ຢູ່ແຂວງອຸດົມໄຊ ມີ ໂຮງຮຽນ 2 ແຫ່ງ, 1. ໂຮງຮຽນມັດທະຍົມຕອນຕົ້ນ ທີ່ວັດນາໂຄ້ງເມືອງຮຸນ, ແລະ 2. ໂຮງຮຽນມັດທະຍົມສຶກສາສົມບູນສົງແຂວງ ວັດສັນຕິພາບ ບ້ານເຈງ ເມືອງໄຊ.

4. ດ້ານເຜີຍແຜ່ພຣະພຸດທະສາສະໜາ ແລະ ປະຊາສໍາພັນ:
        ຄະນະກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ໄດ້ປະຕິບັດຕາມແນວທາງ ຫຼັກທັມຄໍາສອນຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າ ນໍາພາຈັດກິດຈະກຳ ປະຕິບັດທັມ, ງານບັນພະຊາ ແລະ ອົບຮົມສີລະທັມ ໃຫ້ພະນັກງານ, ຄູອາຈານ, ແລະ ນັກຮຽນ ຢູ່ຕາມໂຮງຮຽນ ແລະ ວັດ., ເພື່ອເທດສະໜາສັ່ງສອນ ໃຫ້ຄົນມີສີລະທັມ ແລະ ຈະຣິຍະທັມ ຄຽງຄູ່ກັນໄປ.
 
5. ດ້ານການບູລະນະປະຕິສັງຂອນ ແລະ ຊ່ວຍເຫຼືອສັງຄົມ:
    ຄະນະກັມມາທິການສາທາລະນູປະການ ໄດ້ປະຕິບັດຕາມ ພາລະບົດບາດ ໜ້າທີ່ຂອງວຽກງານ ໃນການລົງກວດກາ, ຕິດຕາມ, ຊຸກຍູ້, ສົ່ງເສີມ ໃຫ້ບັນດາເມືອງ, ແລະ ວັດ ຕໍ່ກັບວຽກງານການສ້າງສາ, ບູລະນະປະຕິສັງຂອນວັດວາອາຣາມ, ຖາວອນວັດຖຸ, ປູຊະນີຍະສະຖານ ລວມທັງສະຖານທີ່ສັກກາຣະບູຊາ ເຄົາລົບນັບຖື. ເພື່ອໃຫ້ມີຄວາມຖືກຕ້ອງຕາມລະບຽບການ, ໃນນັ້ນ, ວຽກງານການກໍ່ສ້າງ ແມ່ນອີງໃສ່ຮູບແບບ, ລວດລາຍ, ເອກະລັກອັນລວມ ແລະ ເອກະລັກສະເພະ ຂອງທ້ອງຖິ່ນເປັນທີ່ຕັ້ງ ກໍເພື່ອສະແດງໃຫ້ເຫັນດ້ານຄຸນຄ່າທາງວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຕົນ. ຕະຫຼອດໄລຍະທີ່ຜ່ານມາ ຄະນະກັມມາທິການສາທາລະນູປະການ ໄດ້ໃຫ້ການອຸປະຖໍາ ຊ່ວຍເຫຼືອວຽກງານສັງຄົມເຊັນ: ວຽກງານການສຶກສາ, ວຽກງານການສ້າງສາວັດວາອາຣາມ, ການຊ່ວຍເຫຼືອສັງຄົມ ແມ່ນມີຈໍານວນ ຫຼາຍຕື້ກີບ ທີ່ໄດ້ຮັບການອຸປະຖໍາ ຈາກອອກຕົນສັທທາທັງພາຍໃນ ແລະ ຕ່າງປະເທດ.

6. ດ້ານການພົວພັນຮ່ວມມື ວຽກງານການຕ່າງປະເທດ:
        ຄະນະກັມມາທິການ ການຕ່າງປະເທດ ໄດ້ຮ່ວມມື ແລະ ປະສານງານກັບພຣະສົງ ແລະ ຊາວພຸດທີ່ຕ່າງປະເທດ ໃນການແລກປ່ຽນວັດທະນະທຳ, ການເຜີຍແຜ່ພຣະພຸດທະສາສະໜາ, ດ້ານການສຶກສາ, ການພົວພັນຮ່ວມມືກັບຕ່າງປະເທດ ເປັນວຽກງານໜຶ່ງທີ່ສຳຄັນ ແລະ ສົ່ງເສີມພາລະບົດບາດ ໃຫ້ສັງຄົມຮັບຮູ້ເຖິງການປະຕິບັດ ແລະ ເຜີຍແຜ່ພຣະພຸດະສາສະໜາໃນປະເທດລາວ, ໂດຍລວມສະເພາະກໍຄືຢູ່ພາຍໃນແຂວງອຸດົມໄຊ ໄດ້ຮັບການຕ້ອນຮັບຈາກຄະນະສົງ ແລະ ສັທທາ ຈາກປະເທດສິງກະໂປ 1 ຄັ້ງ., ແລະ ຊາວພຸດທີ່ມາຮ່ວມປະຕິບັດສາສະໜາກິດ ຈາກປະເທດ ສາທາລະນະລັດ ປະຊາຊົນຈີນ 1 ຄັ້ງ. ເພື່ອແລກປ່ຽນບົດຮຽນວຽກງານຮ່ວມກັນ ຫັດແໜ້ນຄວາມສາມັກຄີ ການພົວພັນຮ່ວມມືຕ່າງປະທດ.
 
II. ໂຄງປະກອບການຈັດຕັ້ງ ຂອງຄະນະບໍລິຫານງານອົງການພຸດທະສາສະໜາສັມພັນລາວແຂວງອຸດົມໄຊ ສະໄໝທີ IX ປະກອບດ້ວຍພຣະອາຈານ ດັ່ງນີ້:
 

1). ຄະນະປະທານທີ່ປຶກສາ ອພສ ແຂວງອຸດົມໄຊ

1. ພຣະອາຈານ ບຸນທັນ ອິນທະປັນໂຍ  ປະທານທີ່ປຶກສາ ອພສ ແຂວງ.

2. ພຣະອາຈານ ຄຳພາ ແກ້ວປັນຍາ ຮອງປະທານທີ່ປຶກສາ ອພສ ແຂວງ.

3. ພຣະອາຈານ ຄໍາແພງ ເພັດຄູນປະເສີດ  ຄະນະທີ່ປຶກສາ ອພສ ແຂວງ.


2). ຄະນະປະທານ ອພສ ແຂວງອຸດົມໄຊ

1. ພຣະອາຈານ  ຄໍາຜຸຍ ບຸບຜາພອນ ປະທານ ອພສ ແຂວງ ຊີ້ນໍາລວມ.

2. ພຣະອາຈານ ສົມຫວັງ ປັນຍາຈິດ  ຮອງປະທານ ອພສ ແຂວງ

3. ພຣະອາຈານ ສີແພງ ວົງພະຈິດ  ຮອງປະທານ ອພສ ແຂວງ

4. ພຣະອາຈານ ກຽດຕິສັກ ລັດຕະນະລັງສີ  ຮອງປະທານ ອພສ ແຂວງ 

5. ພຣະອາຈານ ປີ ອ່ອນທັດສະນາ  ຮອງປະທານ ອພສ ແຂວງ

6. ພຣະອາຈານ ອານຸສິດ ດາວມີໄຊ ຮອງປະທານ ອພສ ແຂວງ

 

 

3). ຄະນະບໍລິຫານງານປະຈໍາການ ອພສ ແຂວງອຸດົມໄຊ 

1. ພຣະອາຈານ ໃຫຍ່ ຄໍາຜຸຍ ບຸບຜາພອນ  ປະທານ ອພສ ແຂວງ ຊີ້ນໍາລວມ.

2. ພຣະອາຈານ ສົມຫວັງ ປັນຍາຈິດ   ຮອງປະທານ ອພສ ແຂວງ

3. ພຣະອາຈານ ສີແພງ ວົງພະຈິດ ຮອງປະທານ ອພສ ແຂວງ

4. ພຣະອາຈານ ກຽດຕິສັກ ລັດຕະນະລັງສີ ຮອງປະທານ ອພສ ແຂວງ

5. ພຣະອາຈານ ປີ ອ່ອນທັດສະນາ ຮອງປະທານ ອພສ ແຂວງ

6. ພຣະອາຈານ ອານຸສິດ ດາວມີໄຊ ຮອງປະທານ ອພສ ແຂວງ

7. ພຣະອາຈານ ດວງແກ້ວ ບານທະແພງ  ຄະນະບໍລິຫານງານປະຈໍາການ ອພສ ແຂວງ.

8. ພຣະອາຈານ ຄໍາໝັ້ນ ຕຸ້ຍສາຄອນ  ຄະນະບໍລິຫານງານປະຈໍາການ ອພສ ແຂວງ.

9. ພຣະອາຈານ ສົມນຶກ ບຸນຈັນ  ຄະນະບໍລິຫານງານປະຈໍາການ ອພສ ແຂວງ.


4). ຄະນະກໍາມະການບໍລິຫານງານ ອພສ ແຂວງອຸດົມໄຊ

1. ພຣະອາຈານ ຄໍາແກ້ວ ແກ້ວລັດຕະນະ                

2. ພຣະອາຈານ ສົມນຶກ ສີຣິປຸນໂຍ                      

3. ພຣະອາຈານ ນະ ພຸດທະສາໂຣ                       

4. ພຣະອາຈານ ຈັນທອນ ຈັນທະທໍາໂມ                 

5. ພຣະອາຈານ ສິງຄໍາ ຈັນທະວັງໂສ                     

6. ພຣະອາຈານ ວິໄຊ ອຸບົນທານີ                         

7. ພຣະອາຈານ ສີ ເທບພະພອນ                         

8. ພຣະອາຈານ ກອງສີ ມູນລະສິງ                       

9. ພຣະອາຈານ ແກ້ວ ເປົ່າວົງຜາ                         

10. ພຣະອາຈານ ສົມຈິດ ພົມວິໄລ                        

11. ພຣະອາຈານ ແສງລາ ຣັຕຖະປັນໂຍ          

12. ພຣະອາຈານ ສຸພາວີ ໄຊຍະວົງ                        

13. ພຣະອາຈານ ທອງ ພັດທະຈາໂຣ             

14. ພຣະອາຈານ ພຸດ ແກ້ວມະນີຈັນ                               

15. ພຣະອາຈານ ນິວ ອິນແສງວັນສອນ          

16. ພຣະອາຈານ ອຸໄທ ສິດພະພອນ             


III. ແບ່ງຄວາມຮັບຜິດຊອບ ໃນຂັ້ນນໍາພາ ແລະ ຄຸ້ມຄອງ ປະກອບດ້ວຍລາຍຊື່ ດັ່ງນີ້: 

1. ພຣະອາຈານ ໃຫຍ່ ຄໍາຜຸຍ ບຸບຜາພອນ  ປະທານ ອພສ ແຂວງ ຊີ້ນໍາລວມວຽກ- ງານທຸກຂົງເຂດ ຂອງ ອພສ ແຂວງອຸດົມໄຊ.


ກ. ຄະນະຫ້ອງການບໍລິຫານງານ:

1. ພຣະອາຈານ ສີແພງ ວົງພະຈິດ     ຫົວໜ້າຫ້ອງການບໍລິຫານງານ ອພສ  ແຂວງ;

2.  ພຣະອາຈານ ດວງແກ້ວ ບານທະແພງ  ຮອງຫົວໜ້າຫ້ອງການບໍລິຫານງານ ອພສ ແຂວງ;


ຂ. ຄະນະກັມມາທິການປົກຄອງສົງແຂວງ:

1.  ພຣະອາຈານ ສົມຫວັງ ປັນຍຈິດ ຫົວໜ້າກັມມາທິການປົກຄອງສົງແຂວງ;

2.  ພຣະອາຈານ ສົມນຶກ ບຸນຈັນ  ຮອງຫົວໜ້າກັມມາທິການປົກຄອງສົງແຂວງ;


ຄ. ຄະນະກັມມາທິການສຶກສາສົງແຂວງ:

1. ພຣະອາຈານ ສີແພງ ວົງພະຈິດ   ຫົວໜ້າກັມມາທິການສຶກສາສົງແຂວງ;

2. ພຣະອາຈານ ດວງແກ້ວ ບານທະແພງ   ຮອງຫົວໜ້າກັມມາທິການສຶກສາສົງແຂວງ;


ງ. ຄະນະກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານແຂວງ:

1. ພຣະອາຈານ ກຽດຕິສັກ ລັດຕະນະລັງສີ  ຫົວໜ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານແຂວງ;

2. ພຣະອາຈານ ສີ ເທບພະພອນ  ຮອງຫົວໜ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານແຂວງ;


ຈ. ຄະນະກັມມາທິການສາທາລະນູປະການແຂວງ:

1. ພຣະອາຈານ ອານຸສິດ ດາວມີໄຊ   ຫົວໜ້າກັມມາທິການສາທາລະນູປະການ ແຂວງ.

2. ພຣະອາຈານ ສົມນຶກ ສີຣິປຸນໂຍ  ຮອງຫົວໜ້າກັມມາທິການສາທາລະນູປະການແຂວງ;


ສ. ຄະນະກັມມາທິການ ການຕ່າງປະເທດແຂວງ:

1.  ພຣະອາຈານ ປີ ອ່ອນທັດສະນາ   ເປັນຫົວໜ້າກັມມາທິການການຕ່າງປະເທແຂວງ;

2.  ພຣະອາຈານ ວິໄຊ ອຸບົນທານີ   ເປັນຮອງຫົວໜ້າກັມມາທິການການຕ່າງປະເທແຂວງ;


IV. ຄະນະປະທານ ອົງການພຸດທະສາສະໜາສັມພັນລາວ 07 ເມືອງ ທົ່ວແຂວງອຸດົມໄຊ:

       1. ພຣະອາຈານ ສົມນຶກ ສີຣິປຸນໂຍ  ປະທານ ອພສ ເມືອງໄຊ.

       2. ພຣະອາຈານ ນະ ພຸດທະສາໂຣ ປະທານ ອພສ ເມືອງແບງ.

       3. ພຣະອາຈານ ຈັນທອນ ຈັນທະທັມໂມ ປະທານ ອພສ ເມືອງຮຸນ.

       4. ພຣະອາຈານ ສິງຄໍາ ຈັນທະວັງໂສ ປະທານ ອພສ ເມືອງປາກແບງ.

       5. ພຣະອາຈານ ຄໍາແກ້ວ ແກ້ວລັດຕະນະ   ປະທານ ອພສ ເມືອງງາ.

       6. ພຣະອາຈານ ວິໄຊ ອຸບົນທານີ   ປະທານ ອພສ ເມືອງນາໝໍ້.

       7. ພຣະອາຈານ ສີ ເທບພະພອນ  ປະທານ ອພສ ເມືອງຫຼາ. 


ຂໍ້ມູນຈາກ ອພສ ແຂວງອຸດົມໄຊ
ເຜີຍແຜ່ວັນທີ 28 ພຶດສະພາ 2026


Post a Comment

0Comments

Post a Comment (0)