ແຈ້ງການໃຊ້ສື່ອອນລາຍ

ຄູບາ ໂນ
0

 

ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ
ແຈ້ງການມາຍັງ ພຣະອາຈານພຣະອາຈານ ປະທານອົງການພຸດທະສາສະໜາສັມພັນລາວ ນະຄອນຫຼວງວຽງຈັນ ແລະ ອົງການພຸດທະສາສະໜາສັມພັນລາວ ແຂວງ ໃນຂອບເຂດທົ່ວປະເທດ ເພື່ອຊາບວ່າ: ໃນປັດຈຸບັນ ການນໍາໃຊ້ເຕັກໂນໂລຊີ ອິນເຕີເນັດ ເຟສບຸ໊ກ (Facebook), ວ໋ອດແອ໋ບ (WhatsApp), ຕິກຕ໋ອກ (TikTok), ຢູທູບ (YouTube) ແລະ ສື່ສັງຄົມອອນລາຍຕ່າງໆ ແມ່ນມີການນໍາໃຊ້ຢ່າງກວ້າງຂວາງ ເຊິ່ງໃນການນໍາໃຊ້ນັ້ນ ມີທັງຜົນດີ ແລະ ຜົນເສຍ, ສິ່ງທີ່ເໝາະສົມ ແລະ ບໍ່ເໝາະສົມ ສໍາລັບພຣະພິກຂຸ - ສາມະເນນ, ພໍ່ຂາວ ແລະ ແມ່ຂາວ ຕໍ່ສະມະນະເພດ. ສະນັ້ນ, ເພື່ອເປັນການຄວບຄຸມການນໍາໃຊ້ໃຫ້ມີຄວາຖືກຕ້ອງ ແລະ ຄວາມເໝາະສົມຈຶ່ງແຈ້ງມາຍັງ ພິກຂຸ - ສາມະເນນ, ພໍ່ຂາວ ແລະ ແມ່ຂາວ ຫ້າມສະແດງອອກທາງສື່ສັງຄົມອອນລາຍດັ່ງນີ້:
1. ຫ້າມໂພສໂຄສະນາຊວນເຊື່ອ, ຊັກຈູງ, ແນະນໍາ ພຸດທະສາສະນິກະຊົນ ແລະ ປະຊາຊົນລາວບັນດາເຜົ່າ ກ່ຽວກັບເລື່ອງງົມງວາຍ, ບະບົນ ຫຼື ອ້ອນວອນ ບໍ່ມີເຫດຜົນ ຊຶ່ງຂັດກັບຫຼັກພຣະທັມມະວິໄນ;
2. ຫ້າມໂພສອວດອ້າງຄວາມສັກສິດ, ອິດທິລິດ ຫຼື ປາຕິຫານເພື່ອຫວັງຜົນທາງລາບສັກກາລະ;
3. ຫ້າມໂພສຮູບພາບ ຫຼື ວິດີໂອທີ່ບໍ່ເໝາະສົມ: ເຊັ່ນ ການຖ່າຍຮູບອວດສາຣີລະຮ່າງກາຍ, ວິດີໂອໃນລັກສະນະຕະຫຼົກຄຶກຄະນອງ ຫຼື ການສະແດງພຶດຕິກຳທີ່ຜິດຕໍ່ພຣະທັມມະວິໄນ ແລະ ພາບພົດຂອງຄະນະສົງ;
4. ຫ້າມວິພາກວິຈານເລື່ອງສັງຄົມບ້ານເມືອງ: ບໍ່ໃຫ້ໂພສ ຫຼື ສະແດງຄວາມຄິດເຫັນ ທີ່ກ່ຽວຂ້ອງກັບບັນຫາສ້າງຄວາມຂັດແຍ່ງໃຫ້ສັງຄົມບ້ານເມືອງ, ຄວາມໝັ້ນຄົງ, ຫຼື ສ້າງຄວາມແຕກແຍກໃນສັງຄົມ ແລະ ລະຫວ່າງສາສະໜາ;
5. ຫ້າມໄລຟ໌ສົດ (Live) ໃນລັກສະນະທີ່ບໍ່ສຳລວມ: ໄລຟ໌ສົດຮຽກຮ້ອງຄວາມສົນໃຈ, ຫຼື ໄລຟ໌ສົດຂາຍເຄື່ອງວັດຖຸມຸງຄຸນ ແລະ ຣີວິວສິນຄ້າ ເພື່ອຜົນປະໂຫຍດສ່ວນຕົວ
6. ຫ້າມໃຊ້ຄຳເວົ້າທີ່ບໍ່ສຸພາບ: ການຄອມເມັ້ນ, ຕອບໂຕ້ ຫຼື ຖົກຖຽງກັນຜ່ານສື່ສັງຄົມອອນລາຍ;
ພາຍຫຼັງແຈ້ງການສະບັບນີ້ ໄດ້ຮັບການເຜີຍແຜ່ ແລະ ຈັດຕັ້ງປະຕິບັດຢ່າງທົ່ວເຖິງກັນແລ້ວ, ຖ້າຍັງມີພິກຂຸ - ສາມະເນນ, ພໍ່ຂາວ ແລະ ແມ່ຂາວ ຍັງມີພຶດຕິກໍາທີ່ລະເມີດຕໍ່ຂໍ້ຫ້າມ ທີ່ແຈ້ງການໄປນັ້ນ ແມ່ນມອບໃຫ້ອົງການພຸດທະສາສະໜາສັມພັນລາວ ແຕ່ລະຂັ້ນ ນໍາຜູ້ກ່ຽວມາສຶກສາອົບຮົມ ໄປຈົນເຖິງຂັ້ນປະຕິບັດວິໄນຂັ້ນເດັດຂາດ ຕາມທີ່ໄດ້ກໍານົດໄວ້ໃນທັມມະ - ວິໄນ ແລະ ທັມມະນູນສົງລາວ.

Post a Comment

0Comments

Post a Comment (0)