ຂັ້ນຕອນການແລ່ນໜັງສືຜ່ານແດນສຳຫຼັບພຣະສົງ-ສາມະເນນ

ຄູບາ ໂນ
0


ຂັ້ນຕອນການເຮັດໜັງສືຜ່ານແດນ
ຂອງຄະນະສົງ

ຂັ້ນຕອນ:

1. ປະກອບແບບຟອມ ຂອງກະຊວງການຕ່າງປະເທດ ແລ້ວເຊັນນາຍບ້ານ. (ແບບຟອມສາມາດດາວໂຫຼດອອນລາຍ)

2. ນຳເອກະສານທີ່ປະກອບສຳເລັດ ຢືນຫ້ອງ 01 ກັມມາທິການຕ່າງປະເທດ ກວດກາບັນດາເອກສານເພື່ອຄວາມຖືກຕ້ອງ ແລະສຳເນົາເອກະສານ ຫຼັງຈາກນັ້ນສົ່ງຕໍ່ ຫ້ອງ 02 ຫ້ອງການບໍລິຫານງານສູນກາງ ອພສ ເພື່ອອອກ ໜັງສືສະເໜີ ຫາຄະນະກົມກົງສູນ ກະຊວງການຕ່າງປະເທດ.

3. ນຳເອກະສານ ທີ່ຫ້ອງການບໍລິຫານງານສູນກາງ ອພສ ອອກໃຫ້ໄປສະເໜີຜ່ານ ຄະນະກົມສາສະໜາ ສູນກາງແນວລາວສ້າງຊາດ.

4. ນຳເອກະສານໄປກົມກົງສູນ ກະຊວງການຕ່າງປະເທດ.


ເອກະສານຕ້ອງກະກຽມ:

1. ສຳມະໂນຄົວ

2. ປຶ້ມສຸດທິ

3. ຮູບ 3x4 ຈຳນວນ 1 ໃບ

4. ບັດປະຊາຊົນ

5. ປຶມ ພາສປອສຫົວເກົ່າ (ສຳຫຼັບຜູ້ທີ່ຈະປ່ຽນຫົວໃໝ່)


ພົວພັນເຮັດໜັງສືຕາມວັນ ແລະໂມງລັດຖະການ

ຫ້ອງການບໍລິຫານງານສູນກາງ ອພສ:

ໂທລະສັບ 020 5420 5304

ກັມມາທິການການຕ່າງປະເທດ ສູນກາງ ອພສ:

 ໂທລະສັບ 020 5599 5151



Post a Comment

0Comments

Post a Comment (0)