ແຈ້ງການເລື່ອງ ການປ່ຽນຊື່ເອີ້ນນຳໜ້າບຸກຄະລາກອນສົງ

ຄູບາ ໂນ
0
ແຈ້ງການເລື່ອງ ການປ່ຽນແປງຊື່ເອີ້ນນຳໜ້າບຸກຄະລາກອນສົງ 
ພ້ອມດ້ວຍກາຈ້ຳປະທັບຊື່ ໃນຄະນະບໍລິຫານງານພຣະສົງ.

         ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ນ້ອມນະມັດສະການແຈ້ງມາຍັງ ພຣະອາຈານ ປະທານ ອພສ ແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດຊາບວ່າ: ໃນກອງປະຊຸມໃຫຍ່ ຜູ້ແທນພຣະສົງທົ່ວປະເທດ ສະໄໝທີ VIII ກອງປະຊຸມໄດ້ມີການຮັບຮອງກ່ຽວກັບການປັບປຸງບາງມາດຕາຂອງທັມມະນູນສົງລາວ ທີ່ເຫັນວ່າຍັງບໍ່ສອດຄ່ອງກັບສະພາບການປັດຈຸບັນ ດັ່ງນັ້ນ ຈິ່ງຂໍນ້ອມນະມັດສະການໃຫ້ຊາບວ່າ:

1.
 ໃຫ້ຍົກເລີກ ຊື່ເອີ້ນນຳໜ້າທີ່ເປັນນາມມະຍົດຕາມ ມາດຕາ 36 ໃຫ້ໃຊ້ຊື່ເອີ້ນນຳໜ້າຕາມທີ່ເຄີຍ ປະຕິບັດມາວ່າ ພຣະອາຈານໃຫຍ່ ຫຼື ພຣະອາຈານ ຕາມຄວາມເໜາະສົມ.
2. ໃຫ້ຍົກເລີກ ການນຳໃຊ້ກາຈ້ຳປະທັບຊື່ເອີ້ນນຳໜ້າທີ່ເປັນນາມມະຍົດ ໃຫ້ໃຊ້ຊື່ເອີ້ນນຳໜ້າຕາມທີ່ເຄີຍ ປະຕິບັດມາວ່າ ພຣະອາຈານໃຫຍ່ ຫຼື ພຣະອາຈານ ຕາມຄວາມເໜາະສົມ.

ຂໍອາຣາທະນານິມົນພຣະອາຈານປະທານ ອພສ ແຂວງ, ນະຄອນຫຼວງ ໄດ້ຮັບຊາບ ແລະ ປະຕິບັດຕາມຢ່າງເປັນເອກະພາບ.

ນະມັດສະການມາດ້ວຍຄວາມເຄົາຣົບຢ່າງສູງ.



Post a Comment

0Comments

Post a Comment (0)