ແຂວງເຊກອງຕັ້ງຢູ່ພາກໃຕ້ຂອງ
ສປປ ລາວ ມີເນື້ອທີທັງໝົດ 7,750 ກິໂລຕາແມັດ, ພູດອຍກວມເອົາ 65%, ພູພຽງກວມເອົາ 30% ແລະ
ທົ່ງພຽງ 5%. ທິດເໜືອຕິດກັບແຂວງສາລະວັນ, ທິດໃຕ້ຕິດກັບແຂວງອັດຕະປື, ທິດ ຕາເວັນຕົກ ຕິດກັບແຂວງຈໍາປາສັກ
ແລະ ທິດຕາເວັນອອກຕິດກັບ 3 ແຂວງຂອງ ສສ ຫວຽດນາມຄື: ແຂວງກວາງນາມ, ແຂວງເທືອທຽນເຫວ້ ແລະ ແຂວງກອນຕູມ ເຊິ່ງມີຄວາມຍາວ 280 ກິໂລແມັດ. ແຂວງເຊກອງມີທັງໝົດ
4 ຕົວເມືອງ,
ມີບ້ານ 202
ບ້ານ, ມີ 10
ຊົນເຜົ່າ, ມີປະຊາກອນ 135,561 ຄົນ, ຍິງ 67,851 ຄົນ ປະຊາຊົນສ່ວນຫຼາຍນັບຖື ສາສະໜາຜີ ກວມເອົາ 70% ຂອງປະຊາກອນ.
ອົງການພຸດສາສະໜາສັມພັນລາວແຂວງເຊກອງ
ມີຄະນະບໍລິຫານງານ 25 ອົງ, ຄະນະບໍລິຫານງານປະຈໍາການມີ 9 ອົງ, ຄະນະ ອພສ ເມືອງ ຈໍານວນ 31 ອົງ,
ເຈົ້າອະທິການວັດ 25
ອົງ, ໃນທົ່ວແຂວງມີພຣະສົງ ທັງໝົດ 233
ອົງ, ພຣະສົງ 56
ອົງ, ສາມະເນນ 177 ອົງ,
ມີວັດທັງໝົດ 26
ວັດ, ທົ່ວແຂວງເຊກອງ ມີໂຮງຮຽນມັດທະຍົມສຶກສາສົງ 1 ແຫ່ງ.
ປະທານ ອພສ ແຂວງ:
ພຣະອາຈານໃຫຍ່ ບຸນໂຖ້ຍ ໄຊຍະບຸດ
ຮອງປະທານ
ອພສ ແຂວງ:
1. ພຣະອາຈານ
ບຸນຍືນ ບັ້ງທອງ
2. ພຣະອາຈານ
ປອ ບົວເງີນ ແສງມະນີລາດ
ຫົວໜ້າຫ້ອງການບໍລິຫານງານ
ອພສ ແຂວງ
1. ພຣະອາຈານ
ສົມໝາຍ ສີສະຫວັນ
ຫົວໜ້າກັມມາທິການປົກຄອງສົງແຂວງ
1. ພຣະອາຈານ
ບຸນຍືນ ບັ້ງທອງ
ຫົວໜ້າກັມມາທິການສຶກສາສົງແຂວງ
1. ພຣະອາຈນ
ປອ ບົວເງີນ ແສງມະນີລາດ
ຫົວໜ້າກັມມາທິການເຜີຍແຜ່ສີລະທັມ
ແລະ ປະຕິບັດກັມມະຖານແຂວງ
1. ພຣະອາຈານ
ສົມສຸກ ວັດທະນາທໍາ
ຫົວໜ້າກັມມາທິການສາທາລະນູປະການແຂວງ
1. ພຣະອາຈານ
ກົມມະລີ ພົມມະໄລສີ
ຫົວໜ້າກັມມາທິການການຕ່າງປະເທດແຂວງ
1. ພຣະອາຈານ
ຄໍາພາ ເພັດອາໄພ
ປະທານ
ອພສ 2
ຕົວເມືອງ
1. ປະທານ
ອພສ ເມືອງລະມາມ
-
ພຣະອາຈານ ບຸນຍືນ ບັ້ງທອງ
2. ປະທານ ອພສ ເມືອງທ່າແຕງ
- ພຣະອາຈານ ຄໍາໃໝ່ ວະຣະໂສໂຕ
ຂໍ້ມູນຈາກ ອພສ ແຂວງເຊກອງ
ເຜີຍແຜ່ວັນທີ 20 ພຶດສະພາ 2026
.png)