ອພສ ແຂວງບໍລິຄຳໄຊ



ສັງລວມຫຍໍ້ ອພສ ແຂວງ ບໍລິຄໍາໄຊ
             ແຂວງບໍລິຄຳໄຊ ຕັ້ງຢູ່ພາກກາງບ່ອນກິ່ວສຸດຂອງປະເທດ, ທິດເໜືອຕິດກັບແຂວງຊຽງຂວາງ, ນະຄອນຫຼວງວຽງຈັນ ແລະ ແຂວງໄຊສົມບູນ, ທິດໃຕ້ຕິດກັບ ແຂວງຄໍາມ່ວນ, ທິດຕາເວັນອອກຕິດກັບ ແຂວງເຫງະອານ ແລະ ແຂວງຮ່າຕິ່ງ ສສ ຫວຽດນາມ, ທິດຕາເວັນຕົກຕິດກັບປະເທດໄທ, ມີເນື້ອທີ່ທັງໝົດ 15,977 ກມ2, ເນື້ອທີ່ 1/3 ເປັນເຂດທົ່ງພຽງ ລຽບຕາມແຄມແມ່ນ້ຳຂອງ, ເນື້ອທີ່ 23 % ເປັນເຄິ່ງພູດອຍ, ມີ 3 ເມືອງພູດອຍຄື: ເມືອງຄໍາເກີດ, ວຽງທອງ ແລະ ໄຊຈຳພອນ, ມີເສັ້ນທາງເລກ 13 ໃຕ້, ເສັ້ນທາງເລກ 1D ຜ່ານແຕ່ເໜືອລົງໃຕ້ ແລະ ເສັ້ນທາງເລກ 8A ຈາກຕາເວັນອອກສູ່ຕາເວັນຕົກ ເປັນປະຕູເຂົ້າ-ອອກສູ່ນະຄອນຫຼວງວຽງຈັນ.ແຂວງ ບໍລິຄໍາໄຊ ມີ 7 ເມືອງ, ມີ 284 ບ້ານ, ມີ 20 ຊົນເຜົ່າ, ມີປະຊາກອນ 323.487 ຄົນ, ຍິງ 162.440 ຄົນ ປະຊາຊົນສ່ວນຫຼາຍນັບຖື ສາສະໜາພຸດ ກວມເອົາ 78% ຂອງປະຊາກອນ.
              ອົງການພຸດທະສາສໜາສັມພັນລາວ ແຂວງ ບໍລິຄໍາໄຊ ມີຄະນະກັມມະການ ອພສ ສູນກາງ 2 ອົງ,ຄະນະກຳມະການບໍລິຫານງານຈຳນວນ 25 ອົງ, ຄະນະບໍລິຫານງານປະຈຳການ 9 ອົງຄະນະ ອພສ ເມືອງ ຈຳນວນ 99 ອົງ, ເຈົ້າອະທິການວັດ 209 ອົງ, ໃນທົ່ວແຂວງມີພຣະສົງ ສາມະເນນ ທັງໝົດ 876 ອົງ, ພຣະສົງ 372 ອົງ, ສາມະເນນ 504 ອົງ, ມີວັດທັງໝົດ 239 ວັດ, ໃນນີ້ຈໍານວນ 30 ວັດ ແມ່ນບໍ່ມີພຣະສົງ ( ວັດຮ້າງ ) ທົ່ວແຂວງ ບໍລິຄໍາໄຊ ມີໂຮງຮຽນ ມັດທະຍົມສຶກສາ ສົງ 2 ແຫ່ງ. 

ປະທານ ອພສ ແຂວງ 
 ພຣະອາຈານ ຄໍາປັນ ອິນທະວົງ

ຮອງປະທານ ອພສ ແຂວງ
ພຣະອາຈານ ຫວາງ ພົມມະວົງ 
ພຣະອາຈານ ພັນ ພົມພຸດທະວົງ

ຫົວໜ້າຫ້ອງການ ແລະ ຫົວໜ້າກັມມາທິການ
ຫົວໜ້າຫ້ອງການບໍລິຫານງານ ອພສ ແຂວງ
ພຣະອາຈານ ຄໍາຟອງ ດວງສຸນີວົງ 

ຫົວໜ້າກັມມາທິການ ປົກຄອງສົງແຂວງ
ພຣະອາຈານ  ຫວາງ ພົມມະວົງ 

ຫົວໜ້າກັມມາທິການ ສຶກສາສົງແຂວງ
ພຣະອາຈານ  ຊົມພູ ມັດທະວົງ 

ຫົວໜ້າກັມມາທິການ ເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ
ພຣະອາຈານ  ຄໍາພອນ ທາອິນທະວົງ 

ຫົວໜ້າກັມມາທິການ ສາທາຣະນູປະການ
ພຣະອາຈານ ພັນ ພົມພຸດທະວົງ 

ປະທານ ອພສ 6 ຕົວເມືອງ
ປະທານ ອພສ ເມືອງ ປາກຊັນ
 ພຣະອາຈານ ຫວາງ ພົມມະວົງ 

ປະທານ ອພສ ເມືອງ ທ່າພະບາດ
 ພຣະອາຈານ  ບຸນອຸ້ມ ອິນທິລາດລົງສີ 

ປະທານ ອພສ ເມືອງ ບໍລິຄັນ
ພຣະອາຈານ ພັນ ພົມພຸດທະວົງ

ປະທານ ອພສ ເມືອງ ວຽທອງ
ພຣະອາຈານ  ຄໍາພອນ ທາອິນທະວົງ 

ປະທານ ອພສ ເມືອງ ຄໍາເກີດ
ພຣະອາຈານ ພັນມະຫາ ວິທະຍາໄລ

ປະທານ ອພສ ເມືອງ ປາກກະດິງ
ພຣະອາຈານ  ຄໍາປັນ ອິນທະວົງ 

ຂໍ້ມູນຈາກ ອພສ ແຂວງບໍລິຄຳໄຊ
ເຜີຍແຜ່ວັນທີ 18 ພຶດສະພາ 2026

Post a Comment

0Comments

Post a Comment (0)