ອພສ ແຂວງຫຼວງພະບາງ



        ແຂວງຫຼວງພະບາງ ເປັນແຂວງໜຶ່ງຕັ້ງຢູ່ພາກເໜືອຂອງ ສປປ ລາວ, ມີຊາຍແດນຕິດກັບ 6 ແຂວງ ຂອງ ສປປ ລາວ ແລະ 2 ແຂວງ ຂອງ ສສ ຫວຽດນາມ, ມີເນື້ອທີ່ທັງໝົດ 16.875 ກິໂລຕາແມັດ, ພື້ນທີ່ສ່ວນໃຫຍ່ເປັນພູດອຍ ກວມ 85%, ມີພົນລະເມືອງ 498.061 ຄົນ, ຍິງ 244.182 ຄົນ, ລະບົບການປົກຄອງປະກອບມີ 11 ເມືອງ ແລະ 1 ນະຄອນ, ມີ 757 ບ້ານ ແລະ ມີ 13 ຊົນເຜົ່າ ດຳລົງຊີວິດຢູ່ຮ່ວມກັນ. ທົ່ວແຂວງຫຼວງພະບາງ ຍັງມີຜູ້ເຊື່ອຖືສາສະໜາພຸດເປັນສ່ວນຫຼາຍ ກວມເອົາ 95 % ຂອງພົນລະເມືອງ, ນອກນັ້ນແມ່ນນັບຖືບັນພະບູລຸດ ແລະສາສະໜາອື່ນໆ. ແຂວງຫຼວງພະບາງ ມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ, ມີເສັ້ນທາງຄົມມະນາຄົມທາງບົກ-ທາງນ້ຳ, ທາງອາກາດ ມີສາຍການບິນກັບຫຼາຍປະເທດ ແລະ ມີທາງລົດໄຟລາວ-ຈີນ ແລ່ນຜ່ານ, ມີສາຖາບັນການສຶກສາ, ມະຫາວິທະຍາໄລ ແລະ ວິທະຍາໄລ ຫຼາຍແຫ່ງ ເປັນໃຈກາງການພັດທະນາຊັບພະຍາກອນມະນຸດຂອງບັນດາແຂວງພາກເໜືອ ຂອງ ສປປ ລາວ. ທ່າແຮງສຳຄັນໃນການພັດທະນາແຂວງຫຼວງພະບາງ ແມ່ນ ການທ່ອງທ່ຽວ ກໍຄືການອະນຸລັກປົກປັກຮັກສາ ມໍລະດົກໂລກໃຫ້ຄົງຄຸນຄ່າຢຸ່ຄູ່ກັບຄົນລາວກໍ່ຄືຊາວຫຼວງພະບາງຕະຫຼອດໄປ.
           ອົງການພຸດທະສາສະໜາສັມພັນລາວ ແຂວງຫຼວງພະບາງ ມີຄະນະກໍາມະການບໍລິຫານງານ ຈຳນວນ 37 ອົງ, ໃນນີ້ເປັນ ທີ່ປຶກສາ 1 ອົງ, ຄະນະບໍລິຫານງານປະຈໍາການ 9 ອົງ ແລະ ຄະນະກຳມະການ ອພສ ແຂວງ ຈຳນວນ 27 ອົງ, ຄະນະ ອພສ ເມືອງ ຈໍານວນ 59 ອົງ, ເຈົ້າອະທິການວັດ 234 ອົງ, ໃນທົ່ວແຂວງມີພຣະສົງ-ສາມະເນນທັງໝົດ ຈໍານວນ 1.586 ອົງ, ໃນນີ້ເປັນສາມະເນນ  ຈໍານວນ 1.157 ອົງ, ມີວັດທັງໝົດ ຈຳນວນ 338 ວັດ, ໃນນີ້ຈໍານວນ 104 ວັດແມ່ນບໍ່ມີພຣະສົງສາມະເນນອາໄສຢູ່ (ເປັນວັດຮ້າງ), ທົ່ວແຂວງຫຼວງພະບາງ ມີໂຮງຮຽນສົງ ຈຳນວນ 5 ແຫ່ງ ຄື: ໂຮງຮຽນປະຖົມສົງ 1 ແຫ່ງ, ໂຮງຮຽນມັດທະຍົມຕົ້ນສົງ 2  ແຫ່ງ, ໂຮງຮຽນມັດທະຍົມສົມບູນສົງ 1 ແຫ່ງ ແລະ ໂຮງຮຽນວິຈິດສິນສົງ 1 ແຫ່ງ.
ໂຄງຮ່າງການຈັດຕັ້ງ ຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນລາວ ແຂວງຫຼວງພະບາງ

ປະທານ ອພສ ແຂວງ
ພຣະອາຈານ ອ່ອນແກ້ວ ກິຕຕິພັທໂທ (ສິດທິວົງ)
 
ຮອງປະທານ ອພສ ແຂວງ
1. ພຣະອາຈານ ຈັນທະລິນ ຈິນນະທັມໂມ
2. ພຣະອາຈານ ບົວວັນ ປຸນຍະສາໂຣ
3. ພຣະອາຈານ ບຸນເລີດ ຣະວິວັນໂນ
4. ພຣະອາຈານ ກູດ ພຸດທະສາໂຣ
 
ຫົວໜ້າຫ້ອງການ ແລະ ຫົວໜ້າກັມມາທິການ
1. ຫົວໜ້າຫ້ອງການບໍລິຫານງານ ອພສ ແຂວງ
    ພຣະອາຈານ ຄໍາຫຼ້າ ລັກຂະໂນ
2. ຫົວໜ້າກັມມາທິການ ປົກຄອງສົງແຂວງ
    ພຣະອາຈານໃຫຍ່ ບຸນເລີດ ຣະວິວັນໂນ
3. ຫົວໜ້າກັມມາທິການ ສຶກສາສົງແຂວງ
    ພຣະອາຈານໃຫຍ່ ຈັນທະລິນ ຈິນນະທັມໂມ
4. ຫົວໜ້າກັມມາທິການ ເຜີຍແຜ່ສີລະທັມ ແລະປະຕິບັດກັມມະຖານ
    ພຣະອາຈານ ສົມບັດ ສັມປັນໂນ
5. ຫົວໜ້າກັມມາທິການ ສາທາຣະນູປະການ
    ພຣະອາຈານໃຫຍ່ ບົວວັນ ປຸນຍະສາໂຣ
6. ຫົວໜ້າກັມມາທິການ ການຕ່າງປະເທດ
    ພຣະອາຈານ ແສງ ສັງວະໂຣ
 
ປະທານ ອົງການພຸດທະສາສະໜາສັມພັນລາວເມືອງ
1. ປະທານ ອພສ ນະຄອນຫຼວງພະບາງ
  ພຣະອາຈານໃຫຍ່ ບຸນເລີດ ຣະວິວັນໂນ
2. ປະທານ ອພສ ເມືອງປາກອູ
   ພຣະອາຈານ ບຸນຫຼາຍ ປະວະໂຣ
3. ປະທານ ອພສ ເມືອງຈອມເພັດ
   ພຣະອາຈານໃຫຍ່ ກູດ ພຸດທະສາໂຣ
4. ປະທານ ອພສ ເມືອງຊຽງເງິນ
   ພຣະອາຈານ ສົມນຶກ ສິນະໂກ
5. ປະທານ ອພສ ເມືອງນານ
   ພຣະອາຈານ ທອງຈັນ ຈິຕຕະສະໂຣ
6. ປະທານ ອພສ ເມືອງນ້ຳບາກ
   ພຣະອາຈານ ແສງດາວ ສັນຕິກະໂຣ
7. ປະທານ ອພສ ເມືອງງອຍ
  ພຣະອາຈານ ຄໍາຫຼ້າ ສຸພັທໂທ
8. ປະທານ ອພສ ເມືອງວຽງຄໍາ
  ພຣະອາຈານ ພັນ ຫັດຖະວະໂຣ
9. ປະທານ ອພສ ເມືອງປາກແຊງ
  ພຣະອາຈານ ບຸນລໍ ຫິຣິໂກ
 
+ ໝາຍເຫດ: ສຳລັບ ເມືອງໂພນທອງ, ເມືອງໂພນໄຊ ແລະ ເມືອງພູຄູນ ແມ່ນບໍ່ມີບຸກຄະລາກອນພຣະສົງທີ່ມີເງື່ອນໄຂ ແລະມາດຕະຖານ ທີ່ຈະແຕ່ງຕັ້ງເປັນ ປະທານ ອພສ ເມືອງ (ບໍ່ມີການຈັດຕັ້ງ ຄະນະບໍລິຫານງານ ອພສ ເມືອງ)
 
 
ຂໍ້ມູນຈາກ ອພສ ແຂວງຫຼວງພະບາງ
ເຜີຍແຜ່ວັນທີ 22 ພຶດສະພາ 2026
 

Post a Comment

0Comments

Post a Comment (0)